VOV WorldVOV World
ການໄປປະຕິບັດງານເພື່ອສ້າງຄວາມອຸ່ນອ່ຽນໃຈໃຫ້ແກ່ສຳພັນທະມິດເອີລົບ
21/02/2017 10:31
(vovworld)- ທ່ານ Mike Pence, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຫາກໍ່​ໄປ​​ປະ​ຕິ​ບັດ​ງານ​ຢູ່ ເອີ​ລົບ ເປັນ​ຄັ້ງ​ທຳ​ອິດ​ໃນ​ຖາ​ນະ​ຕຳ​ແຫນ່ງ​ໃຫມ່
ການໄປປະຕິບັດງານເພື່ອສ້າງຄວາມອຸ່ນອ່ຽນໃຈໃຫ້ແກ່ສຳພັນທະມິດເອີລົບ
(vovworld)- ທ່ານ Mike Pence, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຫາກໍ່​ໄປ​​ປະ​ຕິ​ບັດ​ງານ​ຢູ່ ເອີ​ລົບ ເປັນ​ຄັ້ງ​ທຳ​ອິດ​ໃນ​ຖາ​ນະ​ຕຳ​ແຫນ່ງ​ໃຫມ່ ໃນ​ສະ​ພາບ​ການ​ເອ​ີ​ລົບ ​ຂາດ​ຄວາມ​ສະ​ຫງົບ​ຕໍ່​ຄຳ​ຖະ​ແຫລງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຫວ່າງ​ແລ້ວນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະ​ພາບ​ການ​​ມີ​ຄວາມ​ສະ​ຫງົບ​ຊົ່ວ​ຄາວ ເມື່ອໝາກ​ຜົນ​ຢ້ຽມ​ຢາມ​ເອີ​ລົບ​ຂອງ ທ່ານ Mike Pence ໄດ້​ຊີ້​ແຈ້ງ​​ຫລັກ​ໝັ້ນ​ສ່ວນ​ໃດ​ຫນຶ່ງ​​ຂອງ ເອີ​ລົບ ຍັງ​ຄົງ​ແມ່ນ “ຄູ່​ຮ່​ວມ​ມື​ທີ່​ຂາດບໍ່​ໄດ້” ຂອງ ອາ​ເມ​ລິ​ກາ, ລົບ​ລ້າງ​ບັນ​ດາ​ຄວາມ​ສົງ​ໃສ​ຂອງ ເອີ​ລົບ ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ພາຍ​ໃຕ້​ອຳ​ນາດ​ການ​ປົກ​ຄອງຂອງ​ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump. ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ກ່າວ​ຄຳ​ເຫັນ​ທີ່​ ການ​ປະ​ຊຸມ​ຂ່າວ​ຢູ່ ວໍ​ຊິງ​ຕັນ DC ພາບ:AFP/TTXVN         ຄວາມບໍ່​ລົງ​ລອຍ​ກັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ EU, NATO ກັບ ອາ​ເມ​ລິ​ກາ ຮ້າຍ​ແຮງ​ຂຶ້ນ ພາຍ​ຫລັງ​ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຍົກ​ອອກ​ບັນ​ດາ​ຄຳ​ຖະ​ແຫລງ​ເມື່ອ​ເດືອນ 1/2017 ວ່າ: NATO ໄດ້​ຕົກ​ເຂົ້າ​ສູ່​ໄລ​ຍະ​ຫລ້າ​ຫລັງ​ແລ້ວ ແລະ ບັນ​ດາ​ປະ​ເທດ ເອີ​ລົບ ບໍ່​ແບກ​ຫາບ​ແຫລ່ງ​ລາຍ​ຈ່າຍ​ໃຫ້​ກຸ່ມ. ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ກໍ​ຕຳ​ຫນິ​ຕິ​ຕຽນ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ລະ​ມັນ Angela Merkel ຍ້ອນ​ນະ​ໂຍ​ບາຍ​ເຂົ້າ​ເມືອງ​ສະ​ດວກ​ສະ​ບາຍ​ທີ່​ສຸດ, ເຮັດ​ໃຫ້​ຫລາຍ​ປະ​ເທດ​ເອີ​ລົບ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ສ່ຽງ​ກໍ່​ການ​ຮ້າຍ​ຈາກ​ອົງ​ການ​ລັດ​ອິດ​ສະ​ລາມ​ຂະ​ຫນານ​ນາມ​ເອງ (IS). ເປັນ​ຫນ້າ​ສົນ​ໃຈ, ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖື​ວ່າ : “ Brexit ແມ່ນ​ສິ່ງ​ດີ​ເລີດ” ແລະ ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ລະ​ຫວ່າງ ສະ​ຫະ​ພາບ​ເອີ​ລົບ - ອ​ັງ​ກິດ ຈະ “ເປັນ​ສິ່ງ​ທີ່​ດີ​ໃຫ້​ທັງ​ສອງ​ຝ່າຍ”. ບັນ​ດາ​ຄຳ​ຖະ​ແຫລງ​ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖືກ​ຄັດ​ຄ້ານ​ຢ່າງ​ແຮງ​ຈາກ​ຫລາຍ​ປະ​ເທດ​ຂຶ້ນ​ກັບ EU, ເຮັດ​ໃຫ້ ເອີ​ລົບ ມີ​ຄວາມ​ວິ​ຕົກ​ກັງ​ວົນ​​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ ອາ​ເມ​ລິ​ກາ ໃນ​ພາກ​ພື້ນ.         ກ່ອນ​ຫນ້ານັ້ນ ໃນ​ໄລ​ຍະ​ຫາ​ສຽງ​ເລືອກ​ຕັ້ງ, ທ່ານ Donald Trump ໄດ້​ຕຳ​ຫນິ​ຕິ​ຕຽນ​ຫລາຍ​ຄັ້ງ​ຕໍ່​ເລື່ອງ​ຫລາຍ​ປະ​ເທດ NATO ບໍ່​ປະ​ກອບ​ລະ​ດັບ​ລາຍ​ຈ່າຍ​ການ​ທະ​ຫານ​ຢ່າງ​ພຽງ​ພໍ​ຄື​ໃນ​ຄຳ​ໝັ້ນ​ສັນ​ຍາ, ໃນ​ຂະ​ນະ​ນັ້ນ ອາ​ເມ​ລິ​ກາ ປະ​ກອບ​ລາຍ​ຈ່າຍ​ເປັນ​ສ່ວນ​ໃຫຍ່​ໃຫ​້​ແກ່​ສຳ​ພັນ​ທະ​ມິດນີ້. ຊ່້ຳ​ບໍ່​ໜຳ ທ່ານ Donald Trump ຍັງ​ນາບ​ຂູ່​ວ່າ​ຈະ​ພິ​ຈາ​ລະ​ນາ​ຄືນ​ສາຍ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ​ກຸ່ມນີ້.
TAG
vovworld/​ຄວາມ​ວິ​ຕົກ​ກັງ​ວົນ