ການເຈລະຈາສັນຕິພາບກ່ຽວກັບບັນຫາຊີຣີ ຢູ່ ເຊີແນວ: ບັນດາຄວາມຫຍຸ້ງຍາກໄດ້ຮັບຮູ້ລ່ວງຫນ້າ
30/11/2017 09:42
(VOVWORLD) - ວັນທີ 28 ພະຈິກ, ຮອບເຈລະຈາຄັ້ງທີ 8 ກ່ຽວກັບບັນຫາ ຊີຣີ ໂດຍ ສະຫະປະຊາຊາດ ປົກປ້ອງ ໄດ້ເລີ່ມຕົ້ນ ຢູ່ ເຊີແນວ ປະເທດ ສະວິດ. ຮອບເຈລະຈາແມ່ນ ເພື່ອແນໃສ່ເພື່ອຊອກຫາບັນດາມາດຕະການໃຫ້ແກ່ບັນດາບັນຫາ ຊີຣີ ແຕ່ວົງການນັກຊ່ຽວຊານບໍ່ມີຄວາມປະເອີບໃຈປານໃດທີ່ການເຈລະຈານີ້ ເມື່ອບັນດາຝ່າຍຍັງມີຄວາມບໍ່ລົງລອຍກັນຫລາຍຢ່າງ.

ຜູ້ຕາງຫນ້າຝ່າຍຄ້ານ ຊີຣີ ທ່ານ Nasr al-Hariri ພາບ: internet ນັບແຕ່ເມື່ອສົງຄາມກາງເມືອງຢູ່ ຊີຣີ ເກີດຂຶ້ນ ໃນປີ 2011 ໄດ້ດຳເນີນການເຈລະຈາ 7 ຄັ້ງແລ້ວ ກ່ຽວກັບສັນຕິພາບຢູ່ ຊີຣີ ພາຍໃຕ້ການປົກປ້ອງຂອງ ສະຫະປະຊາຊາດ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂບັນຫາ ຊີຣີ. ເຖິງຢ່າງໃດກໍຕາມ: ໃນການເຈລະຈາ 7 ຮອບນັ້ນ ບໍ່ບັນລຸໄດ້ໝາກຜົນຫລາຍປານໃດ ເມື່ອອະນາຄົດຂອງ ປະທານາທິບໍດີ ຊີຣີ Bashar Assad ແມ່ນບັນຫາກໍ່ຄວາມແບ່ງແຍກຫລາຍສຸດ. ບັນດາກຸ່ມຝ່າຍຄ້ານ ຊີຣີ ແລະ ຫລາຍປະເທດມະຫາອຳນາດຝ່າຍຕາເວັນຕົກ ໄດ້ຮຽກຮ້ອງ ທ່ານ al – Assad ຕ້ອງລາອອກຈາກຕຳແຫນ່ງ. ກ່ອນທີ່ດຳເນີນການເຈລະຈາສັນຕິພາບ ຄັ້ງນີ້, ຜູ້ຕາງຫນ້າ ສປຊ ກ່ຽວກັບບັນຫາຊີຣີ ຖືວ່າ: ການຕໍ່ສູ້ຕ້ານການກໍ່ການຮ້າຍ IS ຢູ່ ຊີຣີ ໃກ້ຈະສິ້ນສຸດ ແລະ ນີ້ແມ່ນຈຸດເວລາເພື່ອເລິ່ມຕົ້ນວິວັດທະນາການການເມືອງ ພ້ອມທັງເນັ້ນຫນັກເຖິງຄວາມສຳຄັນຂອງການຮັກສາບັນດາເຂດຫລຸດຜ່ອນຄວາມເຄັ່ງຕຶງ. ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກຮ້ອງລັດຖະບານ ຊີຣີ ແລະ ຝ່າຍຄ້ານ ເຂົ້າຮ່ວມຮອບເຈລະຈາ ຫາກບໍ່ຕ້ອງການເງື່ອນໄຂໃດ.
TAG
VOV/VOVworld/ລາອອກຈາກຕຳແຫນ່ງ
Related








