ການເຕີບໂຕຂຽວ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
06/12/2017 05:20
(VOVWORLD) - ການເຕີບໂຕຂຽວແມ່ນທ່າອ່ຽງຈຳເປັນ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການຕົວຈິງໃນຊີວິດການເປັນຢູ່. ຖ້າຫາກປະຕິບັດໄດ້ການເຕີບໂຕຂຽວນັ້ນ ຖືກຕາມແຜນການ ຈະຊ່ວຍຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ ແລະ ມີຄວາມໝາຍແທ້ຈິງໃຫ້ການພັດທະນາແບບຍືນຍົງຂອງແຂວງ.

ກໍ່ເຊັ່ນດຽວກັນກັບຫລາຍແຫ່ງໃນພາກພື້ນ ແລະ ໃນໂລກ, ການປ່ຽນແປງຂອງດິນຟ້າອາກາດ, ການປ່ອຍອາຍພິດເຮືອນແກ້ວເພີ່ມຂຶ້ນ ແມ່ນບັນຫາໃຫຍ່ ພວມວາງອອກໃຫ້ແກ່ການພັດທະນາແບບຍືນຍົງ ສຳລັບບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ສິ່ງທ້າທາຍຕົ້ນຕໍແມ່ນ ຕ້ອງພັດທະນາເຂດນີ້ ຕາມທິດ ເພີ່ມທະວີຄວາມສາມາດຕ້ານຢັນ ແລະ ຄວາມສາມາດຫລຸດຜ່ອນຜົນຮ້າຍຈາກການປ່ຽນແປງຂອງດິນຟ້າອາກາດ. ໃນສະພາບການນັ້ນ, ການປະຕິບັດຍຸດທະສາດການເຕີບໂຕຂຽວ ໄດ້ຮັບຖືວ່າ ແມ່ນລູກກະແຈແກ້ໄຂຄວາມຫຍຸ້ງຍາກໃຫ້ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງໃນປັດຈຸບັນ. 6 ແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ພວມຊຸກຍູ້ການປະຕິບັດຍຸດທະສາດດັ່ງກ່າວ. ການເຕີບໂຕຂຽວແມ່ນທ່າອ່ຽງຈຳເປັນ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການຕົວຈິງໃນຊີວິດການເປັນຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ດ້ວຍຈຳນວນພົນລະເມືອງປະມານ 18 ລ້ານຄົນ, ແມ່ນເຂດອຸດສາຫະກຳ - ກະສິກຳຈຸດສຸມຂອງທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ ບັນດາແຂວງເຫຼົ່ານັ້ນ ພວມປະເຊີນໜ້າກັບໄພນາບຂູ່ອັນເປັນຕາຍຫລາຍຢ່າງ ຈາກການປ່ຽນແປງຂອງດິນຟ້າອາກາດຄື: ນ້ຳທະເລຂຶ້ນສູງ ໄດ້ທຳລາຍເນື້ອທີ່ດິນ, ປ່າຊາຍເລນຖືກນ້ຳທະເລຊຶມເຂົ້າຢ່າງຮ້າຍແຮງ, ດິນເຊາະເຈື່ອນຢູ່ເຂດແຄມທະເລ ແລະ ແຄມແມ່ນ້ຳ… ຄາດຄະເນວ່າ: ອຸນຫະພູມອາກາດຢູ່ບັນດາແຂວງເຫລົ່ານີ້ ກໍ່ເພີ່ມຂຶ້ນ 0,7 ອົງສາໃນປີ 2020 ແລະ ເກືອບ 2 ອົງສາໃນປີ 2025. ພິເສດ ຕາມທ່ວງທ່າການປ່ອຍອາຍພິດ CO2 ເພີ່ມຂຶ້ນຢູ່ເຂດນີ້ ປະລິມານ CO2 ຈະເພີ່ມທະວີຂຶ້ນຢ່າງວ່ອງໄວໃນໄລຍະຈະມາເຖິງ.
TAG
VOV/VOVworld/ການເຕີບໂຕຂຽວ
Related








