VOV WorldVOV World
ການແຂ່ງຂັນຫາສຽງເລືອກຕັ້ງປະທານາທິບໍດີອາເມລິກາປີ 2016
16/04/2015 10:56
ການ​ແຂ່ງ​ຂັນ​ເພື່ອ​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 45 ຂອງ​ອາ​ເມ​ລິ​ກາ​ໃນ​ປີ 2016 ພວມ​​ເຄັ່ງຮ້ອນ​ຂຶ້ນ. ບັນ​ດາ​ຜູ້​ສະ​ໝັກຮັບ​ເລືອກ​ຕັ້ງ​ກໍ​ພວມ​ມາ​ນະ​ພະ​ຍາ​ຍາມ​ທຸ່ມ​ເຫື່ອເທ​ແຮງ​ເພື່ອ​ຜ່ານ​ຜ່າ​ ຜູ້​ສະ​ໝັກຮັບ​ເລືອກ​ຕັ້ງຄົນ​ອື່ນໆ​ເພື່ອ​ຍາດ​ເອົາ​ສິດ​ເຂົ້າ​ຮ່ວມ​​ການ​ຫາ​ສຽງ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາປີ 2016 ໃຫ້​ແກ່​ສະ​ມາ​ຊິກ​ຂອງ​ພັກ​ຕົນ
ການ​ແຂ່ງ​ຂັນ​ເພື່ອ​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 45 ຂອງ​ອາ​ເມ​ລິ​ກາ​ໃນ​ປີ 2016 ພວມ​​ເຄັ່ງຮ້ອນ​ຂຶ້ນ. ພ້ອມ​ກັບ​ເລື່ອງ​ປະ​ກາດ​ອອກ​ຫາ​ສຽງເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ, ບັນ​ດາ​ຜູ້​ສະ​ໝັກຮັບ​ເລືອກ​ຕັ້ງ​ກໍ​ພວມ​ມາ​ນະ​ພະ​ຍາ​ຍາມ​ທຸ່ມ​ເຫື່ອເທ​ແຮງ​ເພື່ອ​ຜ່ານ​ຜ່າ​ ຜູ້​ສະ​ໝັກຮັບ​ເລືອກ​ຕັ້ງຄົນ​ອື່ນໆ​ເພື່ອ​ຍາດ​ເອົາ​ສິດ​ເຂົ້າ​ຮ່ວມ​​ການ​ຫາ​ສຽງ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາປີ 2016 ໃຫ້​ແກ່​ສະ​ມາ​ຊິກ​ຂອງ​ພັກ​ຕົນ​. ການ​ແຂ່ງ​ຂັນ​ເພື່ອ​ເລືອກ​ເອົາ​ຜູ້​ສືບ​ທອດປະ​ທາ​ນາ​ທິ​ບໍ​ດີ​ Barak Obama ເມື່ອ​ວັນ​ທີ 8/11/2016, ຄາດ​ຄະ​ເນ​ວ່າ ຈະ​ມີ​ການ​ຜັນ​ແປຫຼາຍ​ຢ່າງ​ທີ່ບໍ່​​ອາດຄາດ​ຄິດ​ລ່​ວງ​ໜ້າ.     ການ​ຊອກ​ຫາຜູ້​ສະ​ໝັກຮັບ​ເລືອກ​ຕັ້ງທີ່​ດີ​ເດ​ັ່ນ​ຂອງ​ທັງ​ພັກ​ປະ​ຊາ​ທິ​ປະ​ໄຕ ແລະ ພັກ​ສາ​ທາ​ລະ​ນະ ໄດ້​ເລີ່ມ​ດຳ​ເນີນ​ນັບ​ແຕ່​ຕົ້ນ​ປີນີ້, ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ການ​ເມືອງຫຼາຍ​ທ່ານ. ແຕ່​ພາຍຫຼັງທີ່ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Hillary Clinton ປະ​ກາດ​ອອກ​ຫາ​ສຽງ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາພຽງ 2-3 ວັນເທົ່າ​ນັ້ນ, ໄດ້ເຮັດ​ໃຫ້​ການ​ແຂ່ງ​ຂັນ​ຫາ​ສຽງ​ເລືອກ​ຕັ້ງເຄັ່ງຮ້ອນຂຶ້ນ   
TAG
vov/vovworld/ເລືອກ​ຕັ້ງ/ປະ​ທາ​ນາ​ທິ​ບໍ​ດີ