ການເຄື່ອນໄຫວພົວພັນກັບຕ່າງປະເທດຂອງຫວຽດນາມປີ 2011
28/12/2011 09:58
ການເຄື່ອນໄຫວພົວພັນກັບຕ່າງປະເທດຂອງຫວຽດນາມປີ 2011ໄດ້ຮັບການຜັນຂະຫຍາຍຢ່າງເລິກເຊີ່ງກ້ວາງຂວາງ ແລະນຳມາເຊິ່ງບັນດາຜົນງານອັນລະອຽດ

ປີ 2011 ໃກ້ຈະຜ່ານພົ້ນໄປແລ້ວ, ຫວນຄືນເສັ້ນທາງທີ່ເຕັມໄປດ້ວຍການຜັນແປໃນໄລຍະ1 ປີທີ່ຜ່ານມາ, ອາດເຫັນໄດ້ວ່າການເຄື່ອນໄຫວພົວພັນກັບຕ່າງປະເທດຂອງຫວຽດນາມ ໄດ້ຮັບການຜັນຂະຫຍາຍຢ່າງເລິກເຊີ່ງກ້ວາງຂວາງ ແລະນຳມາເຊິ່ງບັນດາຜົນງານອັນລະອຽດ. ບໍ່ພຽງແຕ່ປະກອບສ່ວນສ້າງສະພາບແວດລ້ອມສາກົນອັນສະດວກສະບາຍໃຫ້ແກ່ການພັດທະນາປະເທດຊາດ, ຍາດແຍ່ງແຫຼ່ງກຳລັງໃຫ້ແກ່ພາລະກິດຫັນເປັນປະເທດອຸດສາຫະກຳ ແລະທັນສະໄໝເທົ່ານັ້ນ, ຫາກຍັງໄດ້ໜູນຊ່ວຍປົກປັກຮັກສາຜົນປະໂຫຍດແຫ່ງຊາດ, ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມອີກດ້ວຍ.
Related








