ການເລືອກເຟັ້ນທີ່ສະຫລາດສ່ອງໃສຂອງປະຊາຊົນ
31/07/2018 09:28
(VOVWORLD) -ຄືດັ່ງໄດ້ຄາດຄະເນແລ້ວ, ພັກປະຊາຊົນ ກຳປູເຈຍ (CPP) ໂດຍທ່ານນາຍົກລັດຖະມົນຕີ Hun Sen ນຳພາ, ຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ດ້ວຍອັດຕາບັດເລືອກຕັ້ງສູງ. ໄຊຊະນະຄັ້ງນີ້ ແມ່ນອີກຄັ້ງໜຶ່ງໄດ້ຢັ້ງຢືນບົດບາດດ້ານການເມືອງແຖວໜ້າຂອງພັກ CPP ຢູ່ ກຳປູເຈຍ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງປະຊາຊົນ ກຳປູເຈຍ ທີີ່ມອບໝາຍຄວາມຮັບຜິດຊອບຊີ້ນຳນຳພາປະເທດຊາດໃຫ້ພັກ CPP ໃນອາຍຸການ 5 ປີຈະມາເຖິງ.

ດ້ວຍຈຳນວນບັດເລືອກຕັ້ງກ່ວາ 77,5% ໃນ 82,17% ຍອດຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດ, ພັກ CPP ຍາດໄດ້ໄຊຊະນະຂາດຂັ້ນທີ່ການເລືອກຕັ້ງຄັ້ງນີ້, ຍາດໄດ້ 125 ທີ່ນັ່ງທັງໝົດໃນສະພາແຫ່ງຊາດຊຸດໃໝ່. ເຖິງວ່າໝາກຜົນສຸດທ້າຍຢ່າງເປັນທາງການ ຈະໄດ້ປະກາດຢ່າງເປັນທາງການໃນວັນທີ 15 ສິງຫາ ຈະມາເຖິງ ແຕ່ແນ່ນອນວ່າ ພັກ CPP ໄດ້ຮັບໄຊຊະນະ ແລະ ຕາມກົດໝາຍວ່າດ້ວຍການເລືອກຕັ້ງຂອງ ກຳປູເຈຍ ກຳນົດ ພັກໃດຍາດໄດ້ໄຊຊະນະດ້ວຍອັດຕາ 50%+1 ຈຳນວນທີ່ນັ່ງຢູ່ສະພາແຫ່ງຊາດ ພັກນັ້ນຈະມີສິດສ້າງຕັ້ງລັດຖະບານໃໝ່.
TAG
VOV/VOVworld/ເລືອກເຟັ້ນ/ພັກປະຊາຊົນ/ໄຊຊະນະ
Related
More








