VOV WorldVOV World
ການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ: ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແມ່ນໄຊຊະນະອັນຍິ່ງໃຫຍ່ທີ່ສຸດ
02/08/2018 06:54
(VOVWORLD) -ການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ ຊຸດທີ 6 ໄດ້ດໍາເນີນໃນວັນທີ 29 ກໍລະກົດ ຫາຜ່ານມາ ໄດ້ສິ້ນສຸດລົງຢ່າງຈົບງາມ. ເຖິງວ່າ ຄະນະກໍາມະການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ ຍັງຄົງສືບຕໍ່ດໍາເນີນການນັບບັດເລືອກຕັ້ງ ແລະ ຍັງບໍ່ທັນສາມາດປະກາດຢ່າງເປັນທາງການໄດ້ເທື່ອວ່າ ພັກຝ່າຍໃດຍາດໄດ້ໄຊຊະນະ, ແຕ່ມາຮອດປັດຈຸບັນ ສາມາດຢັ້ງຢືນຢ່າງແນ່ນອນວ່າ ໄຊຊະນະອັນຍິ່ງໃຫຍ່ທີ່ສຸດ ແມ່ນຂຶ້ນກັບທົ່ວປວງຊົນກໍາປູເຈຍ.
ການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ: ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແມ່ນໄຊຊະນະອັນຍິ່ງໃຫຍ່ທີ່ສຸດ
ສິ່ງທີ່ເຫັນໄດ້ຢ່າງງ່າຍດາຍ ແລະ ບໍ່ອາດປະຕິເສດໄດ້ ນັ້ນແມ່ນ ບັນຍາກາດທີ່ເຕັມໄປດ້ວຍຄວາມສັນຕິພາບ ແລະ ຄວາມສຸກໃນທົ່່ວທຸກແຫ່ງຫົນຂອງລາຊະອານາຈັກກໍາປູເຈຍ ໃນຕະຫຼອດ 03 ອາທິດດໍາເນີນການຂົນຂວາຍຫາສຽງເລືອກຕັ້ງ ແລະ ວັນເລືອກຕັ້ງສະພາແຫ່ງຊາດຊຸດທີ 6. 20 ພັກການເມືອງທັງໝົດທີ່ໄດ້ເຂົ້າຮ່ວມການເລືອກຕັ້ງ ລ້ວນແຕ່ໄດ້ຈັດຕັ້ງການຂົນຂວາຍຜູ້ມີສິດເລືອກຕັ້ງ, ໂຄສະນາໂຄງການຫາສຽງເລືອກຕັ້ງ, ສະແດງທັດສະນະ, ນັບທັງບັນດາຄໍາເຫັນທີ່ຕໍາໜິຕິຕຽນລັດຖະບານ ຢ່າງເສລີໄດ້ ປະຊາຊົນກໍາປູເຈຍກໍມີສິດເສລີໃນການເລືອກຕັ້ງ ແລະ ສະແດງຄວາມຄິດເຫັນສະໜັບສະໜູນບັນດາພັກການເມືອງທີ່ເຂົາເຈົ້າມີຄວາມເຊື່ອໝັ້ນ.
TAG
VOV/VOVworld/ວັດທະນາ​ຖາວອນ/​ເລືອກຕັ້ງ/ໄວ້ເນື້ອເຊື່ອໃຈ/ກໍາປູເຈຍ

More