ການເຊື່ອມໂຍງເຂົ້າກັບໂລກ ແລະບັນດາໜ້າທີ່ເສດຖະກິດການຕ່າງປະເທດໃນໄລຍະໃໝ່ຂອງຫວຽດນາມ
24/01/2012 17:00
ໃນໄຕມາດທີ 1 ປີ 2012, ຂະແໜງການຕ່າງປະເທດຫວຽດນາມຈະສຳເລັດວຽກງານສ້າງຍຸດທະສາດສັງລວມ ກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດໂລກ

ເພີ່ມທະວີການພົວພັນກັບຕ່າງປະເທດ ຮັບໃຊ້ໃຫ້ແກ່ເສດຖະກິດແມ່ນ 1 ໃນ 5 ໜ້າທີ່ຈຸດສຸມຂອງຂະແໜງການຕ່າງປະເທດຫວຽດນາມໃນປີ 2012 ກໍຄືໃນໄລຍະໃໝ່. ຄາດວ່າ, ໃນໄຕມາດທີ 1 ປີ 2012, ຂະແໜງການຕ່າງປະເທດຈະສຳເລັດວຽກງານສ້າງຍຸດທະສາດສັງລວມ ກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດໂລກ, ໃນນັ້ນມີຍຸດທະສາດຮ່ວມມືກັບແຕ່ລະປະເທດ, ແຕ່ລະອົງການຈັດຕັ້ງ, ພາກພື້ນກ່ຽວກັບການນຳເຂົ້າສົ່ງອອກ, ການລົງທຶນ… ເພື່ອຍາດແຍ່ງບັນດາກຳລັງທີ່ໃຫ່ຍຫຼວງກ່ວາ ໃຫ້ການພັດທະນາຂອງປະເທດຊາດ.
Related








