ການກໍ່ສ້າງພັກຕິດພັນກັບການຮ່ຳຮຽນຕາມແນວຄິດ, ຄຸນສົມບັດຂອງປະທານໂຮ່ຈິມິນ
03/02/2017 11:45
ພັກກອມມູນິດຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ື້ນເມື່ອວັນທີ 3 ກຸມພາປີ 1930. ການສ້າງຕັ້ງພັກແມ່ນບາດລ້ຽວທີ່ສຳຄັນທີ່ສຸດໃນປະຫວັດການປະຕິວັດຫວຽດນາມ

ພັກກອມມູນິດຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ື້ນເມື່ອວັນທີ 3 ກຸມພາປີ 1930. ການສ້າງຕັ້ງພັກແມ່ນບາດລ້ຽວທີ່ສຳຄັນທີ່ສຸດໃນປະຫວັດການປະຕິວັດຫວຽດນາມ. ໃນໄລຍະປະຈຸບັນ, ວຽກງານກໍ່ສ້າງພັກຕິດພັນກັບການຮ່ຳຮຽນຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນແມ່ນວຽກງານທີ່ຈຳເປັນສຳລັບພະນັກງານ, ສະມາຊິກພັກ. ການຮ່ຳຮຽນຖືກຈັດຕັ້ງແບບລວມສູນ, ເປັນເອກະພາບກັນຈາກຂັ້ນສູນກາງລົງຮອດທ້ອງຖິ່ນ, ທັງມີລັກສະນະແຜນການ ແຕ່ກໍສາມາດຮັບປະກັນລັກສະນະປະດິດຄິດສ້າງ. ປະທານໂຮ່ຈິມິນ, ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນຫວຽດນາມ ບັນດາວິທີການແກ້ໄຂທີ່ຍົກອອກມາແມ່ນຕິດແທດກັບຈຸດພິເສດ, ພາລະບົດບາດ ແລະ ໜ້າທີ່ຂອງແຕ່ລະອົງການສຳນັກງານ, ຫົວໜ່ວຍຕ່າງໆ ແລະ ສອດຄ່ອງກັບຄວາມສາມາດຂອງ ພະນັກງານ, ສະມາຊິກພັກ. ວຽກງານກໍ່ສ້າງພັກຕິດພັນກັບການຮ່ຳຮຽນຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນໄດ້ຮັບການຜັນຂະຫຍາຍ ຈາກຂັ້ນສູນກາງລົງຮອດຂັ້ນຮາກຖານ.
TAG
vovworld/ພັກກອມມູນິດ/ຫວຽດນາມ
Related








