VOV WorldVOV World
ການລົງໂທດຕໍ່ອີຣານ ຈະນຳມາເຊິ່ງປະສິດທິຜົນຫຼືບໍ່?
07/08/2018 08:17
(VOVWORLD) -ວັນທີ 07 ສິງຫາ, ບັນດາມາດຕະການຈັດວາງບັນດາມາດຕະການລົງໂທດຂອງອາເມລິກາ ຕໍ່ອີຣານ ຄືນໃໝ່ເລີ່ມມີຜົນສັກສິດ. ການຈັດວາງຄຳສັ່ງລົງໂທດແມ່ນເສົາຄ້ຳສຳຄັນໃນນະໂຍບາຍຂອງວໍຊິງຕັນ ສຳລັບອີຣານ. ເຖິງຢ່າງໃດກໍ່ຕາມ, ວົງການນັກໄຈ້ແຍກໄດ້ຕີລາຄາວ່າ ບັນດາມາດຕະການລົງໂທດເຊິ່ງອາເມລິກາ ຈັດວາງຄືນໃໝ່ ຍາກທີ່ຈະເຮັດໃຫ້ອີຣານ ປ່ຽນແປງນະໂຍບາຍຂອງປະເທດນີ້ຢູ່ຕາເວັນອອກກາງ.
ການລົງໂທດຕໍ່ອີຣານ ຈະນຳມາເຊິ່ງປະສິດທິຜົນຫຼືບໍ່?
ອາເມລິກາ ຖະແຫຼງຈັດວາງບັນດາມາດຕະການລົງໂທດຕໍ່ອີຣານ ຄືນໃໝ່ ພາຍຫຼັງອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍປະຫວັດສາດກັບອີຣານ ເຊິ່ງໄດ້ລົງນາມເມື່ອປີ 2015. ບັນດາມາດຕະການລົງໂທດທຳອິດຂອງອາເມລິກາ ມີກຳນົດເວລາ 90 ວັນ, ນັບແຕ່ວັນທີ 07 ສິງຫາ. ຕາມນັ້ນແລ້ວ, ລັດຖະບານອີຣານ ຈະຖືກຫ້າມຊື້ USD, ສະກັດກັ້ນການແລກປ່ຽນຄຳ, ໂລຫະຊະນິດຕ່າງໆ, ຖ່ານຫີນ ແລະ ຊອບແວທີ່ກ່ຽວຂ້ອງເຖິງອຸດສາຫະກຳ. ນອກນັ້ນ, ອາເມລິກາ ກໍ່ຢຸດຕິນຳເຂົ້າບັນດາຜະລິດຕະພັນພົມປູພື້ນ ແລະ ສະບຽງອາຫານຂອງອີຣານ, ສະກັດກັ້ນການແລກປ່ຽນດ້ານການເງິນບາງຢ່າງຂອງປະເທດນີ້.         ຫຼັງຈາກນັ້ນ, ໃນຕົ້ນເດືອນພະຈິກ ຈະມາເຖິງ, ຄາດວ່າ ອາເມລິກາ ຈະຈັດວາງບັນດາມາດຕະການລົງໂທດທີ 2 ແນໃສ່ຂະແໜງນ້ຳມັນ ແລະ ທະນາຄານສູນກາງຂອງອີຣານ.
TAG
VOV/VOVworld/ຄຳ​ສັ່ງ​ລົງ​ໂທດ

More