VOV WorldVOV World
ການໂອ້ລົມສົນທະນາເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ປະຊາຊົນ
11/01/2012 08:53
ບັນດາທ່ານລັດຖະມົນຕີ​ຫວຽດນາມໄດ້ໂອ້​ລົມ​ສົນທະນາ​ໂດຍກົງກັບປະຊາຊົນ ກ່ຽວກັບບັນດາ​ບັນຫາທີ່​ກ່ຽວຂ້ອງ​ເຖິງ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ຂອງ​ພັກ, ລັດ, ບັນດາ​ບັນຫາ​ຊີວິດ​ສັງຄົມທີ່​ແທດ​ຈິງ​ໃນ​ຊີວິດ​ປະຈຳ​ວັນ.
ການໂອ້ລົມສົນທະນາເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ປະຊາຊົນ
ໃນ​ຊຸມ​ມື້​ຜ່ານ​ມາ, ລັດຖະມົນຕີ​ຫວຽດນາມຫຼາຍທ່ານ ​ໄດ້​ມີ​ການ​ໂອ້​ລົມ​ສົນທະນາ​ຄັ້ງຕ່າງໆ​ຢ່າງ​ລຽນຕິດ​ ຜ່ານບັນດາ​ພາຫະນະ​ສື່ມວນ​ຊົນ ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ຂອງ​ພັກ, ລັດ, ບັນດາ​ບັນຫາ​ຊີວິດ​ສັງຄົມທີ່​ແທດ​ຈິງ​ໃນ​ຊີວິດ​ປະຈຳ​ວັນ. ນີ້​ບໍ່​ແມ່ນ​ສິ່ງ​ທີ່​ໃໝ່​ອ່ຽມ ​ໃນ​ການ​​ເຄື່ອນ​ໄຫວຂອງ​ລັດຖະບານ ​ແຕ່​ການ​ມີໜ້າ​ຂອງ​ຜູ້ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ໃນ​ຊຸມ​ວັນ​ຕົ້ນ​ປີ 2012 ນີ້ ​ໄດ້​​ເຮັດ​ໃຫ້ປະຊາຊົນ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ ຕໍ່​ກົງຈັກ​ບໍລິຫານ​ຂອງ​ລັດຖະບານ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.