VOV WorldVOV World
ການທູດແຫ່ງການສ້າງສັນເພື່ອຮັບໃຊ້ກິດຈະການພັດທະນາປະເທດຊາດ
06/01/2017 11:56
ປີ 2016, ໂດຍ​ປະ​ຕິ​ບັດ​ຕາມ​ສານ​ກ່​ຽວ​ກັບ​ການ​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ, ກະ​ທຳ​ນັ້ນ, ຂະ​ແໜງ​ການ​ທູດ​ຫວຽດ​ນາມ​ຍາດ​ໄດ້​ຜົນ​ງານຫຼາຍ​ຢ່າງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ
ການທູດແຫ່ງການສ້າງສັນເພື່ອຮັບໃຊ້ກິດຈະການພັດທະນາປະເທດຊາດ
ປີ 2016, ໂດຍ​ປະ​ຕິ​ບັດ​ຕາມ​ສານ​ກ່​ຽວ​ກັບ​ການ​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ, ກະ​ທຳ​ນັ້ນ, ຂະ​ແໜງ​ການ​ທູດ​ຫວຽດ​ນາມ​ຍາດ​ໄດ້​ຜົນ​ງານຫຼາຍ​ຢ່າງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ບໍ່​ພຽງ​ແຕ່​ເປີດ​ກ້​ວາງ​ການ​ພົວ​ພັນ​ກັບ​ທຸກໆ​ປະ​ເທດ​ເທົ່າ​ນັ້ນ, ຫວຽດ​ນາມ​ຍັງ​ແມ່ນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງວົງ​ຄະ​ນະ​ຍາດ​ສາ​ກົນ. ທົ່ວ​ຂະ​ແໜງ​ໄດ້​ສ້າງ​ທິດ​ທາງ​ພັດ​ທະ​ນາ​ສອດ​ຄ່ອງ​ກັບ​ກຳ​ນົດ​ທິດ​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ, ກະ​ທຳ, ສັດ​ຊື່​ບໍ​ລິ​ສຸດ​ເພື່ອ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ເທດ​ຊາດ. ປີ 2017 ໝັ້ນ​ໝາຍ​ຈະ​ສ້າງຫຼັກ​ໝາຍ​ໃໝ່​ໃຫ້​ແກ່​ການ​ທູດ​ຫວຽດ​ນາມ.     ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດຫວຽດ​ນາມຫງວຽນ​ຟູ້​ຈ້ອງທີ່ ກອງ​ປະ​ຊຸມ​ວຽກ​ງານ​ການ​ທູດ​ຄັ້ງ​ທີ 29         ອາດ​ຈະຢື​ນ​ຢັນ​ໄດ້​ວ່າ ບໍ່​ມີ​ຍາມ​ໃດ​ທີ່​ຫວຽດ​ນາມ​ພັດ​ມີ​ສາຍ​ພົວ​ພັນ​ທີ່​ກ້​ວາງ​ໃຫຍ່ຄື​ໃນ​ປະ​ຈຸ​ບັນ. ປະ​ເທດ​ຊາດ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​​ຄຸນ​ນະ​ພາບ, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ແລະ ໄດ້​ວາ​ງອອກບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ປ່ຽນ​ແປງ​ໃໝ່​ຈາກ​ຈີນ​ຕະ​ນາ​ການ​ຕະຫຼອດ​ຮອດ​ວິ​ທີ​ເຮັດ​ວຽກ.
TAG
vovworld/ການ​ທູດ