VOV WorldVOV World
ການທູດວັດທະນະທຳໂຄສະນາກຳລັງແຮງທີ່ອ່ອນໂຍນຂອງຫວຽດນາມ
02/01/2017 07:45
ປີ 2016, ການ​ທູດ​ວັດ​ທະ​ນະ​ທຳ​ໄດ້​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ຈັດ​ຕັ້ງຫຼາຍ​ເຫດ​ການ​ສຳ​ເລັດ​ຜົນ ຊຶ່ງ​ໄດ້​ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ​ໃຫ້​ແກ່​ເພື່ອນ​ມິດ​ສາ​ກົນ
ການທູດວັດທະນະທຳໂຄສະນາກຳລັງແຮງທີ່ອ່ອນໂຍນຂອງຫວຽດນາມ
ປີ 2016, ການ​ທູດ​ວັດ​ທະ​ນະ​ທຳ​ໄດ້​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ຈັດ​ຕັ້ງຫຼາຍ​ເຫດ​ການ​ສຳ​ເລັດ​ຜົນ ຊຶ່ງ​ໄດ້​ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ​ໃຫ້​ແກ່​ເພື່ອນ​ມິດ​ສາ​ກົນ. ຍ້ອນ​ສາ​ມາດ​ເສີມ​ຂະ​ຫຍາຍ​ກຳ​ລັງ​​ແຮງສັງ​ລວມ, ໃນ​ນັ້ນ​ມີ ການ​ທູດ​ວັດ​ທະ​ນະ​ທຳ, ຮູບ​ພາບ​ປະ​ເທດ​ຫວຽດ​ນາມຮັກ​ຫອມ​ສັນ​ຕິ​ພາບ, ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ເຂັ້ມ​ຂົ້ນ​ສີ​ສັນ ແລະ ພວມ​ເຊື່ອມ​ໂຍງ​ຢ່າງ​ແຂງ​ແຮງ​ໄດ້​ຮັບ​ການ​ຮັບ​ຮູ້ຈາກ​ໂລກ​ຢ່າງ​ຈະແຈ້ງກວ່າ.   ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ       ປີ 2016, ວຽກ​ງານ ການ​ທູດ​ວັດ​ທະ​ນະ​ທຳ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ແຂງ​ແຮງ. ນີ້​ແມ່ນ​ປີ​ທີ່​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ​ສືບ​ຕໍ່​ໄດ້​ຮັບ​ການ​ເຊີດ​ຊູ. ການ​ທູດ​ວັດ​ທະ​ນະ​ທຳກໍ​ໜູນ​ຊ່ວຍ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ຕາງ​ໜ້າ​ຂອງ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ພາບ​ພົດ​ຫວຽດ​ນາມ​ອອກ​ສູ່​ໂລກ​ພາຍນອກ.
TAG
vovworld/ວັດ​ທະ​ນະ​ທຳ