ການຢ້ຽມຢາມຢັ້ງຢືນຄວາມສາມັກຄີມິດຕະພາບແບບພິເສດ ຫວຽດນາມ - ລາວ
03/07/2012 07:10
ວັນທີ 3/7, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ເລີ່ມຕົ້ນການຢ້ຽມຢາມສັນທະວະໄມຕີ ສປປ ລາວຢ່າງເປັນທາງການ

(vovworld) - ວັນທີ 3/7, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ເລີ່ມຕົ້ນການຢ້ຽມຢາມສັນທະວະໄມຕີ ສປປ ລາວຢ່າງເປັນທາງການ. ຖັດຈາກການຢ້ຽມຢາມຄັ້ງຕ່າງໆຂອງຜູ້ນຳຂັ້ນສູງສອງປະເທດນັບແຕ່ຕົ້ນປີມາຮອດປະຈຸບັນ, ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ Nguyen Sinh Hung ຄັ້ງນີ້ ໄດ້ຢັ້ງຢືນອີກເທື່ອໜຶ່ງເຖິງຄວາມຕັດສິນໃຈຂອງການນຳສອງປະເທດແມ່ນເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ສາຍພົວພັນແບບພິເສດຫວຽດນາມ - ລາວມີຄວາມເລິກເຊິ່ງຍິ່ງຂຶ້ນ, ຍູ້ແຮງການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ນີ້ກໍ່ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງໃນປີສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1962-2012) ແລະ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື (1977-2012) ແລະ ”ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ”
TAG
ປະທານສະພາແຫ່ງຊາດ
Nguyen Sinh Hung
Related








