ຂະແໜງການທູດ ຫວຽດນາມ ໃນສັງກາດໃໝ່
25/08/2025 08:40
(VOVWORLD) - ກ່ອນນີ້ 80 ປີ, ປະທານ ໂຮ່ຈີມິນ ໄດ້ເຊັນບົດແຈ້ງການກ່ຽວກັບນະໂຍບາຍການທູດສະບັບທຳອິດຂອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ. 80 ປີຜ່ານມາ, ຂະແໜງການທູດ ຫວຽດນາມ ຍາມໃດກໍ່ສືບທອດ ແລະ ເສີມຂະຫຍາຍ, ປະກອບສ່ວນເຂົ້າໃນໄຊຊະນະລວມຂອງການປະຕິວັດ ຫວຽດນາມ. ກ້າວເຂົ້າສູ່ສັງກາດໃໝ່, ຂະແໜງການທູດ ຫວຽດນາມ ສືບຕໍ່ເປີດຊ່ອງທາງ, ປັບຕົວຢ່າງບໍ່ຢຸດຢັ້ງເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດ, ຮັບໃຊ້ການພັດທະນາປະເທດຊາດ, ເປັນເຈົ້າການສວມບົດບາດໃນການສ້າງສັນຕິພາບ.

ເອກະລາດ - ສັນຕິພາບ - ມິດຕະພາບ - ພັດທະນາ ແມ່ນແນວທາງການຕ່າງປະເທດທີ່ ຫວຽດນາມ ໄດ້ຢືດໝັ້ນເດີນຕາມນັບແຕ່ເມື່ອປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ຮັບການເສີມຂະຫຍາຍຜ່ານແຕ່ລະໄລຍະປະຫວັດສາດຂອງ ຫວຽດນາມ ແລະ ການປັບຕົວໃຫ້ແທດເໝາະກັບຍຸກສະໄໝໃໝ່ຢ່າງບໍ່ຢຸດຢັ້ງ.
TAG
VOV/VOVworld/ຂະແໜງການທູດ ຫວຽດນາມ/ມີໄຫວພິບ
Related








