ຂີດໝາຍດີເດັ່ນຂອງຫວຽດນາມບົນເວທີປາໄສຫຼາຍຝ່າຍໃຫ່ຍກ່ວາໝູ່ໃນໂລກ
21/09/2020 07:36
(VOVWORLD) - ວັນທີ 20 ກັນຍາປີ 1977, ທຸງຊາດຫວຽດນາມ ໄດ້ປິວສະບັດຢູ່ສຳນັກງານ ສປຊ ທີ່ນີວຢອກ. 43 ປີທີ່ຜ່ານມາ, ສາຍພົວພັນລະຫວ່າງຫວຽດນາມ ແລະ ສປຊ ບັນລຸໄດ້ບາດກ້າວເດີນຫຼາຍຢ່າງ. ຈາກປະເທດທີ່ພຽງແຕ່ໄດ້ເຂົ້າຮ່ວມນັ້ນ, ຫວຽດນາມ ຄ່ອຍໆຢັ້ງຢືນທີ່ຕັ້ງບົດບາດຂອງປະເທດສະມາຊິກໜຶ່ງເປັນເທື່ອລະກ້າວ, ນັບມື້ນັບໄດ້ເຂົ້າຮ່ວມຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີການປະກອບສ່ວນອັນແທດຈິງ ເຂົ້າໃນການພັດທະນາຢ່າງໃຫ່ຍຫຼວງ ແລະ ເຂັ້ມແຂງຂອງ ສປຊ.

ຫວຽດນາມກາຍເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ຢ່າງເປັນທາງການເມື່ອວັນທີ 7/6/2019 (ພາບ: baoquocte.vn ) ວັດຖຸປະສົງການເຄື່ອນໄຫວຂອງ ສປຊ ແມ່ນຮັບປະກັນເພື່ອໃຫ້ໂລກມີຄວາມຍຸດຕິທຳ ແລະ ສັນຕິພາບຫຼາຍກ່ວາອີກ. ສິ່ງດັ່ງກ່າວແມ່ນເໝາະສົມກັບຫວຽດນາມທີ່ສຸດ ຊື່ງແມ່ນປະເທດທີ່ຮັກຫອມສັນຕິພາບ ແລະ ຄວາມຍຸດຕິທຳ. 43 ປີທີ່ໄດ້ເຂົ້າເປັນສະມາຊິກຂອງ ສປຊ, ຫວຽດນາມ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າ ແລະ ເປັນເຈົ້າການປະກອບສ່ວນເຂົ້າໃນເປົ້າໝາຍປົກປັກຮັກສາສັນຕິພາບ, ຮັກສາບັນດາສິດທິອັນເປັນພື້ນຖານຂອງມະນຸດໃນທົ່ວໂລກ.
TAG
VOV/VOVworld/ສະມາຊິກ ສປຊ/ເວທີປາໄສ/ຂີດໝາຍດີເດັ່ນ
Related
More








