VOV WorldVOV World
ຂີດ​ໝາຍຂອງ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ທີ່​ແທດ​ເໝາະ​ກັບ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ
28/07/2021 08:56
(VOVWORLD) -ກອງປະຊຸມຄັ້ງປະຖົມມະລຶກຂອງ ອາຍຸການ ສະພາແຫ່ງຊາດຊຸດທີ XV ຈະສິ້ນສຸດລົງໃນມື້ນີ້, ພາຍຫຼັງຈັດກອງປະຊຸມມາເປັນເວລາ 1 ອາທິດ ຢູ່ ນະຄອນຫຼວງຮ່າໂນ້ຍ. ເຖິງວ່າເວລາ ໄດ້ຫຼຸດສັ້ນລົງ ເມື່ອທຽບໃສ່ກັບການຄາດຄະເນເບື້ອງຕົ້ນ ແຕ່ນີ້ແມ່ນວາລະປະຊຸມພິເສດ ບໍພຽງແຕ່ໃນການເລືອກຕັ້ງ, ໃຫ້ສັດຕະຍາບັນ ບຸກຄະລາກອນຂັ້ນສູງ ຂອງກົງຈັກ ແຫ່ງລັດເທົ່ານັ້ນ ຫາກຍັງພິເສດກ່ວານີ້ອີກ ແມ່ນກອງປະຊຸມໄດ້ສະແດງໃຫ້ເຫັນຈິດໃຈຮ່ວມເດີນທາງກັບ ລັດຖະບານ, ສາມັກຄີກັນພ້ອມກັບປະຊາຊົນ ເພື່ອຜ່ານຜ່າບັນດາຄວາມຫຍຸ້ງຍາກໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ.
ຂີດ​ໝາຍຂອງ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ທີ່​ແທດ​ເໝາະ​ກັບ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ
ກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດຊຸດທີ XV (ພາບ: TTXVN) ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV ມີບົດບາດສຳຄັນທີ່ສຸດ, ສ້າງພື້ນຖານໃຫ້ແກ່ການເຄື່ອນໄຫວຂອງ ສະພາແຫ່ງຊາດຊຸດທີ XV. ບັນດາສະມາຊິກເຂົ້າຮ່ວມກອງປະຊຸມ ໄດ້ພິຈາລະນາ, ຕັດສິນຫຼາຍເນື້ອໃນສຳຄັນຄື: ຕັດສິນໂຄງປະກອບການຈັດຕັ້ງ ແລະ ເລືອກຕັ້ງ, ໃຫ້ສັດຕະຍາບັນ ບຸກຄະລາກອນຂັ້ນສູງຂອງກົນຈັກລັດ, ພິຈາລະນາ, ຕັດສິນບັນດາແຜນການ 5 ປີ ຮັບປະກັນລັກສະນະສັງລວມ ແລະ ໃນການພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ...
TAG
VOV/VOVworld/ສະ​ພາ​ແຫ່ງ​ຊາດ