ຂໍ້ລິເລີ່ມສ້າງໂລກຄືນໃຫ້ສວຍງາມກວ່າ: ເພື່ອໃຫ້ຖະແຫຼງການກາຍເປັນການກະທຳຕົວຈິງ
02/07/2021 08:50
(VOVWORLD) - ຫວ່າງມໍ່ໆມານີ້, ການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ວາງອອກແຜນການສ້າງໂລກໃຫ້ສວຍງາມກວ່າ (B3W) ຊ່ວຍບັນດາປະເທດມີລາຍຮັບຕ່ຳ ແລະ ປານກາງກໍ່ສ້າງພື້ນຖານໂຄງລ່າງ, ເຊື່ອມຕໍ່ສາຍພົວພັນຄູ່ຮ່ວມມື “ກຳນົດທິດຄຸນຄ່າ, ມີມາດຕະຖານສູງ ແລະ ຈະແຈ້ງ”. ເຖິງຢ່າງໃດກໍຕາມ, ປັດຈຸບັນ, ຄວາມມານະພະຍາຍາມດັ່ງກ່າວ ພວມປະສົບກັບສິ່ງທ້າທາຍຫຼາຍຢ່າງ ແລະ ແຜນການກໍ່ສ້າງພື້ນຖານໂຄງລ່າງ ຈະໄດ້ຮັບການຜັນຂະຫຍາຍຢູ່ໃນລະດັບໃດນັ້ນ ແມ່ນຍັງບໍ່ທັນມີຄຳຕອບເທື່ອ.

ແຜນການສ້າງໂລກໃຫ້ສວຍງາມກວ່າ ມີຂອບຂະໜາດທົ່ວໂລກ, ນັບແຕ່ທະວີບ ອາເມລິກາ ລາຕິນ ແລະ ກາຣີເບ ຕະຫຼອດຮອດ ອາຟະລິກາ ໄປຍັງ ມະຫາສະໝຸດອິນເດຍ - ປາຊີຟິກ. ບັນດາຄູ່ຮ່ວມມື G7 ທີ່ແຕກຕ່າງກັນຈະມີການກຳນົດພູມີສາດທີ່ແຕກຕ່າງກັນ, ແຕ່ໂດຍລວມແລ້ວ, ຂອບຂະໜາດຂອງຂໍ້ລິເລີ່ມດັ່ງກ່າວ ຈະລວມທັງບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງໃນທົ່ວໂລກ. ການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ ໂຮມປະຊຸມ ໃນວັນທີ 11 ມິຖຸນາ ຢູ່ ອັງກິດ (ພາບ: G7 UK/Twitter)
TAG
VOV/VOVworld/G7/B3W/ອຸດສາຫະກຳ/ພື້ນຖານໂຄງລ່າງ/ແຜນການສ້າງໂລກໃຫ້ສວຍງາມກວ່າ
Related








