ຂໍ້ຕົກລົງຂອງ ອີຢູ ກ່ຽວກັບຊາວອົບພະຍົບ
03/07/2018 08:03
(VOVWORLD) - ກອງປະຊຸມສຸດຍອດ ເອີຣົບ ຫາກໍ່ດຳເນີນຢູ່ ບຣຸກແຊນ ປະເທດ ແບນຊິກ ຫາກໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາຊາວອົບພະຍົບ, ຍູ້ໄພນາບຂູ່ສ່ວນໃດສ່ວນໜຶ່ງສຳລັບສະຫະພາບ ເອີຣົບ ໃຫ້ຖອຍໄປ.

ເຖິງວ່າ ເລື່ອງບັນລຸໄດ້ຂໍ້ຕົກລົງ ໄດ້ຖືວ່າ ແມ່ນ “ສັນຍານຕັ້ງໜ້າ” ແຕ່ບັນດານັກໄຈ້ແຍກກໍ່ໃຫ້ຂໍ້ສັງເກດວ່າ ຍັງຄົງຕົວຄວາມບໍໍ່ລົງລອຍກັນຫລາຍຢ່າງ ເຊິ່ງບັນດາປະເທດ ເອີຣົບ ຕ້ອງຜ່ານຜ່າ ເພື່ອກ້າວໄປເຖິງການປະຕິບັດ. ບັນດາປະເທດ ອີຢູ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາຊາວອົບພະຍົບໃນຕອນເວລາ 4 ໂມງ 30 ນາທີ, ຕອນເຊົ້າວັນທີ 29/06 ຕາມເວລາທ້ອງຖິ່ນຢູ່ ບຣຸກແຊນ ພາບ: Al Jazeera ນັບແຕ່ເມື່ອວິກິດການຊາວອົບພະຍົບເກີດຂຶ້ນ, ອີຢູ ນັບມື້ນັບປະເຊີນໜ້າຕໍ່ບັນດາສິ່ງທ້າທາຍຢ່າງຮ້າຍແຮງ. ເຖິງວ່າ ບັນດາສະມາຊິກໄດ້ມານະພະຍາຍາມແກ້ໄຂ ແຕ່ຍ້ອນຄວາມແຕກຕ່າງໃນວິທີການສຳຜັດບັນຫາຢູ່ແຕ່ລະປະເທດ ແມ່ນແຕກຕ່າງກັນ ຊຶ່ງເຮັດໃຫ້ ເອີຣົບ ນັບມື້ນັບຖືກແບ່ງແຍກໃນບັນຫານີ້. ດັ່ງນັ້ນ, ຂໍ້ຕົກລົງສະບັບໜຶ່ງທີ່ບັນລຸໄດ້ໃນເວລານີ້, ເຖິງວ່າຍັງມີການໂຕ້ຖຽງກັນຫລາຍຢ່າງກໍ່ຕາມ ແຕ່ໄດ້ຖືວ່າ ແມ່ນບາດກ້າວບຸກທະລຸທີ່ຕອບສະໜອງໄດ້ຄວາມມຸ່ງຫວັງຂອງ 28 ປະເທດສະມາຊິກ, ເປັນຕົ້ນແມ່ນບັນດາປະເທດມີຄວາມຮັບຜິດຊອບຕໍ່ກະແສຟອງຊາວອົບພະຍົບ ຄວນໄດ້ຮັບການໜູນຊ່ວຍ ແລະ ແບ່ງປັນການແບກຫາບທີ່ໜັກໜ່ວງ
TAG
VOV/VOVworld/ສະໝັກໃຈ/ຂໍ້ຕົກລົງ/ຊາວອົບພະຍົບ/ອີຢູ
Related
More








