ຄັນຄູທະເລໃນຍຸດທະສາດພັດທະນາແຫ່ງຊາດ
11/04/2012 08:13
ການພັດທະນາລະບົບຄັນຄູທະເລເຂດທົ່ງພຽງແມ່ນ້ຳຂອງ ແມ່ນວຽກງານເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ, ຄ້ຳປະກັນສະບຽບອາຫານ ແລະ ພັດທະນາເສດຖະກິດທະເລຢູ່ທຸກໆແຂວງ ນະຄອນແຄມທະເລຂອງຫວຽດນາມ

ທ່ານປະທານປະເທດຫວຽດນາມ Truong Tan Sang ແລະ ຄະນະປະຕິບັດງານສູນກາງ ຊື່ງລວມມີການນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຫາກໍໄດ້ປະຕິບັດການໄປປະຕິບັດງານສຳຫຼວດຕົວຈິງລະບົບຄັນຄູທະເລຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງ ແລະ ມອບໜ້າທີ່ພັດທະນາ ລະບົບຄັນຄູທະເລເຂດທົ່ງພຽງແມ່ນ້ຳຂອງໃຫ້ແກ່ບັນດາຄະນະ ຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນຕ່າງໆໃນເຂດ. ການພັດທະນາລະບົບຄັນຄູທະເລເຂດທົ່ງພຽງແມ່ນ້ຳຂອງ ແມ່ນວຽກງານຕໍ່ໄປໃນໂຄງການກໍ່ສ້າງລະບົບຄັນຄູທະເລເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ, ຄ້ຳປະກັນສະບຽບອາຫານ ແລະ ພັດທະນາເສດຖະກິດທະເລຢູ່ທຸກໆແຂວງ ນະຄອນແຄມທະເລຂອງຫວຽດນາມ.
TAG
ຄັນຄູທະເລ/ປ່ານ້ຳເຄັມ/ສຳຫຼວດ
Related








