ຄຸນຄ່າຂອງປະເທດຊາດ, ຂອງຊາດ ໂດດເດັ່ນຂຶ້ນໃນສະພາບປະສົບກັບຄວາມຫຍຸ້ງຍາກ ແລະ ຍືນຍົງຄົງຕົວຕະຫລອດການ
03/09/2020 09:42
(VOVWORLD) -ເຫດການສະເຫລີມສະຫລອງ 75 ປີແຫ່ງວັນຊາດຫວຽດນາມ ດຳເນີນໃນສະພາບທີ່ມີຄວາມຫຍຸ້ງຍາກຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19 ເກີດຂຶ້ນໃນຂອບເຂດທົ່ວໂລກ. ແຕ່ກໍ່ເຊັ່ນດຽວກັນກັບໄລຍະກ່ອນນີ້ 3 /4 ສະຕະວັດ , ຊາດຫວຽດນາມ ໄດ້ ແລະ ພວມໝັ້ນແກ່ນຜ່ານຜ່າທຸກຄວາມຫຍຸ້ງຍາກ, ຢັ້ງຢືນໃຫ້ເຫັນບັນດາຄຸນຄ່າມູນເຊື້ອ ແລະ ອະນາຄົດອັນສົດໃສຂອງຊາດ.

ໂລກລະບາດໂຄວິດ 19 ບໍ່ພຽງແຕ່ແມ່ນວິກິດການດ້ານສາທາລະນະສຸກເທົ່ານັ້ນ ຫາກຍັງເຮັດໃຫ້ສະພາບການໂລກຖືກຕ່າວປີ້ນ ດ້ວຍຄວາມເສຍຫາຍໃຫຍ່ຫລວງກ່ຽວກັບສຸຂະພາບ, ຊີວິດອິນຊີຂອງມະນຸດ, ເຮັດໃຫ້ພື້ນຖານເສດຖະກິດ, ການຄ້າ, ການລົງທຶນໃນທົ່ວໂລກຖືກຊຸດໂຊມຢ່າງຫນັກຫນ່ວງ, ໃນນັ້ນ ມີຫວຽດນາມ. ໂດຍພາຍໃຕ້ການຊີ້ນຳນຳພາຂອງພັກ ແລະ ເສີມຂະຫຍາຍເຈດຈຳນົງ, ຈິດໃຈຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ, ເປັນຈິດຫນຶ່ງໃຈດຽວ, ມີຫົວຄິດປະດິດສ້າງ, ມານະພະຍາຍາມປະຕິບັດ “ຄາດໝາຍຄວບຄູ່” ທັງຂ້ຽວຂາດ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ” ທັງຕັດສິນໃຈຮັກສາ, ຟື້ນຟູການຜະລິດ, ພັດທະນາເສດຖະກິດ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ເພື່ອ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”. ມາຮອດປະຈຸບັນ ຫວຽດນາມ ຍັງຄົງສືບຕໍ່ຄວບຄຸມ, ກຳຈັດ ໂລກລະບາດ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.
TAG
VOV/VOVworld/ຄຸນຄ່າຂອງປະເທດຊາດ/ໂດດເດັ່ນ/ຫຍຸ້ງຍາກ/ ຍືນຍົງຄົງຕົວ
Related
More








