VOV WorldVOV World
ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ GDP ປີ 2020
05/10/2020 08:41
(VOVWORLD) - ວັນທີ 2 ຕຸລາ, ທີ່ວາລະປະຊຸມນັດສາມັນປະຈຳເດືອນກັນຍາຂອງລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ໄດ້ຮຽກຮ້ອງໃຫ້ຍູ້ແຮງວິວັດການຟື້ນຟູເສດຖະກິດ, ສູ້ຊົນບັນລຸລະດັບການເຕີບໂຕ GDP ປີ 2020 ແຕ່ 2,5 - 3%. ລະດັບການເຕີບໂຕນີ້ແມ່ນສາມາດເປັນໄປໄດ້ ຂະນະທີ່ຫຼາຍອົງການຄົ້ນຄ້ວາພາຍໃນປະເທດ ແລະ ຕ່າງປະເທດ ກໍ່ຍົກອອກບັນດາການຄາດຄະເນທີ່ຄ້າຍຄືກັນ. ໃນສະພາບການທີ່ຄວບຄຸມການເກີດໂລກລະບາດໂຄວິດ 19 ຄັ້ງທີ 2 ໄດ້ສຳເລັດ, ຫຼາຍຂະແໜງເສດຖະກິດໄດ້ຟື້ນຟູເທື່ອລະກ້າວ, ຫວຽດນາມ ພວມກຳກາລະໂອກາດເພື່ອເລັ່ງຄວາມໄວ, ບັນລຸເປົ້າໝາຍພັດທະນາເສດຖະກິດ-ສັງຄົມ.
ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ GDP ປີ 2020
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: VGP/Quang Hiếu )    ການນຳຫຼາຍກະຊວງ, ຂະແໜງການໄດ້ຍົກອອກບັນດາມາດຕະການ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ພື້ນຖານເສດຖະກິດໃນ 3 ເດືອນທ້າຍປີ, ໃນນັ້ນ ມີການຊຸກຍູ້ການເຕີບໂຕດ້ານສິນເຊື່ອ, ບຸລິມະສິດການຍູ້ໄວລະດັບການປ່ອຍເງິນລົງທຶນພາກລັດ, ໜູນຊ່ວຍບັນດາວິສາຫະກິດ ໃນການເຄື່ອນໄຫວຜະລິດ ດຳເນີນທຸລະກິດ, ໂດຍສະເພາະແມ່ນເມື່ອສັນຍາການຄ້າເສລີ ຫວຽດນາມ-ອີຢູ ມີຜົນສັກສິດ.
TAG
VOV/VOVworld/ການເຕີບໂຕ GDP/ຫງວຽນຊັວນຝຸກ/ສິນເຊື່ອ/ດ່າວມິນຕູ

More