VOV WorldVOV World
ຄວາມ​ສະ​ດວກ ແລະ ສິ່ງ​ທ້າ​ທາຍ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ ໃນ​ອາ​ຍຸ​ການ​ໃໝ່
01/06/2021 07:42
(VOVWORLD) -ໃນຊຸມວັນຜ່ານມາ, ຢູ່ຄຽງຂ້າງວິວັດທະນະການສັນຕິພາບລະຫວ່າງ Palestine-Israel ແລະ ສຳເນົາເອກະສານນິວເຄຼຍ ອີຣານ ນັ້ນ, ຫາງສຽງສາກົນ ຍັງສະຫງວນຄວາມເອົາໃຈໃສ່ພິເສດຕໍ່ “ຈຸດຮ້ອນເຮັ່ງ” ອີກອັນໜຶ່ງຢູ່ເຂດຕາເວັນອອກກາງ, ນັ້ນແມ່ນປະເທດ ຊີຣີ ທີ່ຫາກໍ່ໄດ້ຈັດການເລືອກຕັ້ງປະທານາທິບໍດີ ຊື່ງໄຊຊະນະໄດ້ແກ່ທ່ານປະທານາທິບໍດີຄົນປະຈຸບັນ Bashar Assad. ຕາມບັນດານັກໄຈ້ແຍກແລ້ວ, ໄຊຊະນະຂອງປະທານາທິບໍດີ Bashar Assad ມີຄວາມໝາຍສຳຄັນ ສຳລັບການປັບປຸງ ບັນດາໄຊຊະນະທີ່ອຳນາດການປົກຄອງຊີຣີ ຍາດມາໄດ້ ພາຍຫຼັງເກີດສົງຄາມພາຍໃນເປັນເວລາ 11 ປີ. ແຕ່ເຮັດແນວໃດ ເພື່ອຜ່ານຜ່າບັນດາສິ່ງທ້າທາຍ ຊື່ງປະເທດຊີຣີ ພວມຕ້ອງປະເຊີນໜ້າ ແມ່ນບັນຫາຕ້ອງປຶກສາຫາລື.
ຄວາມ​ສະ​ດວກ ແລະ ສິ່ງ​ທ້າ​ທາຍ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ ໃນ​ອາ​ຍຸ​ການ​ໃໝ່
  ປະ ທາ ນາ ທິ ບໍ ດີ ຊີຣີ Bashar Assad (ຂວາ) ຕອບສຳພາດນັກຂ່າວ ຫຼັງການປ່ອນບັດຢູ່ Douma, ມໍ່ກັບ Damascus ເມື່ອວັນທີ  26/5/2021 (ພາບ: AFP/TTXVN )   ຕາມໝາກຜົນການກວດບັດ ໂດຍສະພາແຫ່ງຊາດຊີຣີ ປະກາດເມື່ອວັນທີ 27 ພຶດສະພາ, ປະທານາທິບໍດີຄົນປະຈຸບັນ Bashar Assad ຍາດໄດ້ໄຊຊະນະຢ່າງຂາດຂັ້ນ ໃນການເລືອກຕັ້ງທີ່ຖືກຈັດຂຶ້ນເມື່ອວັນທີ 26 ພຶດສະພາ ດ້ວຍອັດຕາສ່ວນສະໜັບສະໜູນຂຶ້ນເຖິງ 95%. ເຖິງວ່າ ຈະເກີດສະພາບຂາດສະຖຽນລະພາບ ແລະ ການກະທົບຂອງໂລກລະບາດໂຄວິດ 19 ກໍ່ຕາມ, ແຕ່ຍັງມີຜູ້ມີສິດເລືອກຕັ້ງ 14.2 ລ້ານຄົນ ເທົ່າກັບປະມານເກືອບ 77%, ໄດ້ເຂົ້າຮ່ວມການເລືອກຕັ້ງ. ຕາມບັນດານັກໄຈ້ແຍກແລ້ວ, ໃນສະພາບການທີ່ປະເທດຊີຣີ ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍອັນໃຫ່ຍຫຼວງຫຼາຍປະການ ແຕ່ເລື່ອງໄດ້ຮັບການສະໜັບສະໜູນຂອງ ປຊຊ ສ່ວນຫຼາຍ ຖືກຖືວ່າ ແມ່ນຄວາມສະດວກທີ່ສຸດສຳລັບປະທານາທິບໍດີ Bashar Assad ໃນອາຍຸການປະທານາທິບໍດີທີ 4 ນີ້. ປຊຊ ຊີຣີ ເຕົ້າໂຮມຢູ່ສະໜາມຫຼວງ Omayyad ສະໜັບສະໜູນປະ ທາ ນາ ທິ ບໍ ດີ ຊີຣີ Bashar Assad ຢູ່ Damascus ປະເທດຊີຣີ ເມື່ອວັນທີ 27/5/2021 (ພາບ: AP/Hassan Ammar )    
TAG
VOV/VOVworld/ຄວາມ​ສະ​ດວກ/ສິ່ງ​ທ້າ​ທາຍ/ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ/Bashar Assad/Damascus/ສົງຄາມສັກສິດ