ຄວາມເຄັ່ງຕຶງໃນແຫຼມເກົ່າຫຼີພວມເພີ່ມທະວີ
22/03/2012 08:23
ວັນທີ 25/3 ນີ້, ປະທານາທິບໍດີອາເມລິກາ Barak Obama ຈະທຳການຢ້ຽມຢາມເຂດປອດທະຫານ(DMZ)ລະຫວ່າງ ສ.ເກົ່າຫຼີ ແລະ ສປປ.ເກົາຫຼີ, ກ່ອນທີ່ຈະເຂົ້າຮ່ວມກອງປະຊຸມຂັ້ນສູງກ່ຽວກັບບັນຫານິວເຄຼຍທີ່ຈັດຂຶ້ນຢູ່ Seoul

ປະທານາທິບໍດີອາເມລິກາ Barak Obama (ພາບ: internet) ວັນທີ 25/3 ນີ້, ປະທານາທິບໍດີອາເມລິກາ Barak Obama ຈະທຳການຢ້ຽມຢາມເຂດປອດທະຫານ(DMZ)ລະຫວ່າງ ສ.ເກົ່າຫຼີ ແລະ ສປປ.ເກົາຫຼີ, ກ່ອນທີ່ຈະເຂົ້າຮ່ວມກອງປະຊຸມຂັ້ນສູງກ່ຽວກັບບັນຫານິວເຄຼຍທີ່ຈັດຂຶ້ນຢູ່ Seoul . ການຢ້ຽມຢາມເພື່ອແນໃສ່ຢັ້ງຢືນການສະໜັບສະໜູນຂອງອາເມລິກາທີ່ມີຕໍ່ປະເທດພັນທະມິດຢູ່ອາຊີຕາເວັນອອກສ່ຽງເໜືອນີ້. ແຕ່ການກະທຳນີ້ກໍຊ້ອນແຝງ ບັນດາຜົນຮ້າຍຢ່ອນຫຼັງ, ໂດຍສະເພາະແມ່ນໃນສະພາວະ ຄວາມເຄັ່ງຕຶງພວມ ເພີ່ມທະວີຂຶ້ນຢູ່ແຫຼມເກົ່າຫຼີໃນຊຸມມື້ທີ່ຜ່ານມາ. ຍິ່ງກ່ວາໃຜໝົດ, ວົງການນັກການເມືອງອາເມລິກາ ແລະ ສ.ເກົາຫຼີ ຕ່າງກໍ ເຂົ້າໃຈວ່າການຢ້ຽມຢາມເຂດປອດການທະຫານຂອງ ປະທານາທິບໍດີອາເມລິກາ Barak Obama ທີ່ຖືກດຳເນີນໃນຈຸດເວລາທີ່ສະດຸ້ງໄວທີ່ສຸດ ຂະນະທີ່ບັນດາຂໍ້ມຸນ ຂ່າວສານຢ່າງເປັນທາງການກ່ຽວກັບການຢ້ຽມຢາມຖືກປະກາດພາຍຫຼັງພຽງ 2-3 ວັນ, ທີ່ ສປປ.ເກົາຫຼີຖະແຫຼງຈະຍິງດາວທຽມ Kwangmyongsong-3 ໃນເດືອນ 4 ທີ່ຈະມາເຖິງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງອະດີດ ປະທານ ກິມອິນຊຸ່ງ. ຍິ່ງໄປກ່ວານັ້ນ, ການຢ້ຽມຢາມຖືກດຳເນີນໃນຂະນະທີ່ ປະຊາຄົມໂລກສະແດງຄວາມວິຕົກກັງວົນຕໍ່ໜ້າຄວາມຕັດສິນໃຈຂອງ ສປປ.ເກົ່າ ຫຼີ ແລະ ພວມຊອກຫາວິທີການແກ້ໄຂທີ່ເໝາະສົມເພື່ອຫຼີກລ້ຽງເຫດການຍິ່ງດາວທຽມສົ່ງຜົນສະທ້ອນເຖິງບັນດາບາດກ້າວເດີນອັນຕັ້ງໜ້າແນໃສ່ເຊື່ອມຕໍ່ການເຈລະຈາ 6 ຝ່າຍກ່ຽວກັບບັນຫານິວເຄຼຍຄືນໃໝ່ໃນແຫຼມເກົ່າຫຼີ. ນັ້ນແມ່ນຍັງບໍ່ທັນເຕື້ອງເຖິງເລື່ອງ ສປປ.ເກົາຫຼີ ພວມມີປະຕິກິລີຍາຢ່າງຮຸ່ນແຮງຕໍ່ເລື່ອງອາເມລິກາ ແລະ ສ.ເກົ່າຫຼີ ຫາກໍດຳເນີນການ ຊ້ອມຮົບຮ່ວມໃນຊຸມມື້ທີ່ຜ່ານມາ. ການຊ້ອມຮົບນີ້ ຖືກພຽງຢາງ ເອີ້ນວ່າແມ່ນການກະທຳ“ເກາະຜິດຢ່າງຮ້າຍແຮງ”, ໄປຝືນກັບຄວາມຫວັງ ແລະ ຄວາມມຸ່ງມາດປາດທະໜາຂອງປະຊາຊົນເກົາຫຼີ ກໍຄືປະຊາຊົນໃນໂລກກ່ຽວກັບສະຖຽນລະພາບ ແລະ ສັນຕິພາບໃນແຫຼມເກົາຫຼີ.
Related








