ຄວາມເຄັ່ງຕຶງພວມເກີດຂຶ້ນໂດຍໝູນອ້ອມບັນຫາ ເຢລູຊາແລມ
12/12/2017 12:04
(VOVWORLD) -ຄວາມໂກດແຄ້ນຂອງໂລກອາຣັບ ແລະ ອິດສະລາມພວມນັບມື້ນັບເພີ່ມຂຶ້ນສູງ ນັບແຕ່ພາຍຫຼັງປະທານາທິບໍດີອາເມລິກາ Donald trump ໄດ້ຮັບຮອງ ເຢລູຊາແລມແມ່ນນະຄອນຫຼວງຂອງອິດສະຣາແອນ

ບໍ່ພຽງແຕ່ເກີດຂຶ້ນຢູ່ປະເທດຕາເວັນອອກກາງເທົ່ານັ້ນ, ບັນດາການເດີນຂະບວນປະທ້ວງຍັງເກີດຂຶ້ນຢູ່ຫຼາຍປະເທດອາຣັບອີກດ້ວຍ. ສະພາບການນີ້ພວມເຮັດໃຫ້ພາກພື້ນຕາເວັນອອກກາງຕົກເຂົ້າສູ່ສະພາບຂາດສະຖຽນລະພາບຢ່າງຮ້າຍແຮງ ຖ້າຫາກປະຊາຄົມໂລກບໍ່ມີວິທີການແກ້ໄຂຢ່າງທັນການ. ຄວາມໂກດແຄ້ນຂອງໂລກອາຣັບນັບມື້ນັບເພີ່ມຂຶ້ນ ການໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນພາຍຫຼັງ 1 ວັນ ທີ່ ປະທານາທິບໍດີອາເມລິກາ Donald trump ຍົກອອກຂໍ້ຕົກລົງທີ່ມີລັກສະນະຜະຈົນໄພ ທີ່ກ່ຽວຂ້ອງເຖິງດິນແດນທີ່ສັກສິດ ເຢລູຊາແລມ. ຢູ່ເຂດ ເຢລູຊາແລມຕາເວັນອອກ, ມີປະຊາຊົນປາແລັສຕິນຢ່າງໜ້ອຍ 1400 ຄົນໄດ້ຮັບບາດເຈັບໃນບັນດາການປະທະກັນກັບກຳລັງປ້ອງກັນຄວາມສະຫງົບອິດສະຣາແອນໃນຊຸມມື້ທີ່ຜ່ານມາ. ຄວາມໂກດແຄ້ນມາຮອດຈຸດເວລານີ້ ກໍຍັງບໍ່ທັນມີສັນຍານຜ່ອນຄາຍລົງໃນຊຸມມື້ທີ່ຈະມາເຖິງ.
TAG
VOV/VOVworld/ຕາເວັນອອກກາງ
Related








