VOV WorldVOV World
ຄວາມເຄັ່ງຕຶງປີນຂັ້ນໄດໃນການພົວພັນລະຫວ່າງ ອາເມລິກາ ແລະ ສາທາລະນະລັດປະຊາຊົນປະຊາທິປະໄຕ ເກົາຫລີ
13/04/2017 07:00
(vovworld)- ສອງ​ສາມມື້​ພາຍ​ຫລັງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ອອກ​ຄຳ​ສັ່ງ​ບຸກ​ໂຈມ​ຕີ​ສະ​ຫ​ນາມ​ບິນ​ການ​ທະ​ຫານ​ຢູ່ ຊີ​ຣີ
ຄວາມເຄັ່ງຕຶງປີນຂັ້ນໄດໃນການພົວພັນລະຫວ່າງ ອາເມລິກາ ແລະ ສາທາລະນະລັດປະຊາຊົນປະຊາທິປະໄຕ ເກົາຫລີ
(vovworld)- ສອງ​ສາມມື້​ພາຍ​ຫລັງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ອອກ​ຄຳ​ສັ່ງ​ບຸກ​ໂຈມ​ຕີ​ສະ​ຫ​ນາມ​ບິນ​ການ​ທະ​ຫານ​ຢູ່ ຊີ​ຣີ ດ້ວຍ​ລູກ​ສອນ​ໄຟ​ນຳ​ວິ​ຖີ Tomahawh, ກອງ​ທັບ ອາ​ເມ​ລິ​ກາ ກໍ່​ເລີ່ມ​ຕົ້ນ​ການ​ກະ​ທຳ​ທາງ​ການ​ທະ​ຫານ​ຈຳ​ນວນ​ຫ​ນຶ່ງ ສົ່ງ​ເຖິງ ສ​ປ​ປ ເກົາ​ຫລີ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຄຳ​ກ່າວ​ເຕືອນ​ຂອງ ວໍ​ຊິງ​ຕັນ ຕໍ່​ເລື່ອງ ພຽງ​ຢາງ ສືບ​ຕໍ່​ເລື່ອງ​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄຼຍ. ການ​ກະ​ທຳ​ຂອງ ອາ​ເມ​ລິ​ກາ ໄດ້​ສ້າງ​ຄວາມ​ວິ​ຕົກ​ກັງ​ວົນ​ໃນ​ປະ​ຊາ​ຄົມ​ສາ​ກົນ​ກ່ຽວ​ກັບ​ອາດ​ຈະ​ເກີດ​ການ​ປະ​ທະ​ກັນ​ບົນ​ທະ​ເລ​ຫລື​ທາງ​ອາ​ກາດ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ສ​ປ​ປ​ເກົາ​ຫລີ. ກຳ​ປັ່ນ​ສະ​ຫ​ນາມ​ບິນ​ຂອງ​ອາ​ເມ​ລິ​ກາ ພາບ:TTXVN         ສາຍ​ເຫດ​ທີ່​ອາ​ເມ​ລິ​ກາ ​ສົ່ງກຳ​ປັ່ນ​ຮົບ​ຂະ​ຫ​ນາດ​ໃຫ​ຍ່​ເຖິງ​ແຫລມ​ເກົາ​ຫລີ ຍ້ອນ​ພຽງ​ຢາງ ມີ​ການ​ກະ​ທຳຍິງ​ທົດ​ລອງ​ລູ​ກ​ສອນ​ໄຟ, ນິວ​ເຄຼຍ ໃນ​ໄລ​ຍະ​ມໍ່​ໆ​ມານີ້. ເມື່ອ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ເມື່ອ​ວັນ​ທີ 12/2, ສ​ປ​ປ ເກົາ​ຫລີ ໄດ້​ຍິງ​ລູກ​ສອນ​ໄຟ​ຫລາຍ​ລູກ​ຕົກ​ໃສ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ ຍີ່​ປຸ່ນ. ກ່ອນ​ທີ່​ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump, ສ​ປ​ປ ເກົາ​ຫລີ ກໍ່​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໃນ​ວັນ​ທີ 5/4. ສະ​ນັ້ນ ທ່ານ Donald Trump ໄດ້​ສົ່ງ​ກຳ​ປັ່ນ​ຮົບ​ຂະ​ຫ​ນາດ​ໃຫຍ່ຫລາຍ​ລຳ, ໃນນັ້ນ ມີ​ກຳ​ປັ່ນ​ສະ​ຫ​ນາມ​ບິນ ເຖິງ​ບໍ​ລິ​ເວນ​ແຫລມ​ເກົາ​ຫລີ.
TAG
vovworld/ເກາະ​ຜິດ/ກອງ​ທັບ