VOV WorldVOV World
ຄວາມຕັດສິນໃຈ, ມານະພະຍາຍາມປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ ແມ່ນບໍ່ອາດປະຕິເສດໄດ້
27/06/2018 09:09
(VOVWORLD) - ການສໍ້ລາດບັງຫລວງແມ່ນໄພອັນຕະລາຍທີ່ມີລັກສະນະທົ່ວໂລກ, ປະກົດຂຶ້ນ ແລະ ຄົງຕົວຢູ່ທຸກປະເທດໃນໂລກ. ສາຍເຫດທີ່ພາໄປເຖິງການສໍ້ລາດບັງຫລວງ ບໍ່ແມ່ນຍ້ອນລະບອບການເມືອງ ຫຼື ຍ້ອນພັກການເມືອງໃດທີ່ກຳອຳນາດນຳພາປະເທດ.
ຄວາມຕັດສິນໃຈ, ມານະພະຍາຍາມປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ ແມ່ນບໍ່ອາດປະຕິເສດໄດ້
ວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງພວມໄດ້ຮັບການຊີ້ນຳປະຕິບັດຢ່າງຂ້ຽວຂາດໃນໄລຍະມໍ່ໆມານີ້ຈາກພັກ, ລັດ ຫວຽດນາມ. ບັນດາໝາກຜົນຕັ້ງໜ້າຂອງວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ ໄດ້ພິສູດໃຫ້ເຫັນບັນດາ ຖ້ອຍທຳນອງເສກສັນປັ້ນແຕ່ງສຳລັບຄວາມຕັດສິນໃຈ, ຄວາມມານະພະຍາຍາມປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ ຈາກບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການໃນໄລຍະຜ່ານມາ ທີ່ແນໃສ່ຈຸດປະສົງມ້າງເພທຳລາຍ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ບັນດາຖ້ອຍທຳນອງທີ່ເສກສັນປັ້ນແຕ່ງນີ້ ບໍ່ໄດ້ເຮັດໃຫ້ຄວາມຕັດສິນໃຈ ປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ ອ່ອນແອລົງ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພາບ: VGP  ການສໍ້ລາດບັງຫລວງແມ່ນໄພອັນຕະລາຍທີ່ມີລັກສະນະທົ່ວໂລກ, ປະກົດຂຶ້ນ ແລະ ຄົງຕົວຢູ່ທຸກປະເທດໃນໂລກ. ສາຍເຫດທີ່ພາໄປເຖິງການສໍ້ລາດບັງຫລວງ ບໍ່ແມ່ນຍ້ອນລະບອບການເມືອງ ຫຼື ຍ້ອນພັກການເມືອງໃດທີ່ກຳອຳນາດນຳພາປະເທດ. ດັ່ງນັ້ນ, ເລື່ອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການກ່າວວ່າ “ລະບອບພັກ ດຽງກຳອຳນາດແມ່ນສາຍເຫດກໍ່ໃຫ້ເກີດການສໍ້ລາດບັງຫລວງ”; “ຍ້ອນພັກກຳອຳນາດຕັດສິນຊີ້ຂາດປົກຄອງ ສະນັ້ນ ສະພາບການສໍ້ລາດບັງຫລວງຈຶ່ງເກີດຂຶ້ນ…”; “ການສໍ້ລາດບັງຫລວງແມ່ນຜະລິດຕະພັນຈຳເປັນ ຂອງລະບອບລັດຄຸ້ມຄອງພາຫະນະການຜະລິດ, ຜະເດັດການພັກໜຶ່ງດຽວ”…ຄວາມຈິງແມ່ນ ສວຍໃຊ້ການຕໍ່ສູ່, ຕ້ານການສໍ້ລາດບັງຫລວງເພື່ອເສກສັນປັັ້ນແຕ່ງ, ບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີ, ເຮັດໃຫ້ອິດທິພົນຊື່ສຽງຫລຸດໜ້ອຍຖອຍລົງ, ກ້າວໄປເຖິງເປົ້າໝາຍລົບລ້າງບົດບາດຊີ້ນຳນຳພາຂອງພັກກອມມູນິດ, ລົບລ້າງລະບອບສັງຄົມນິຍົມຢູ່ ຫວຽດນາມ.        
TAG
VOV/VOVworld/ຄວາມຕັດສິນໃຈ/ມານະພະຍາຍາມປ້ອງກັນ//ສໍ້ລາດບັງຫລວງ/ຫວຽດນາມ

More