VOV WorldVOV World
ຄວາມຍຸຕິທຳ ແລະ ຫລັກສິນທຳ ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ
09/05/2024 09:54
(VOVWORLD) -ວັນທີ 22 ສິງຫາ ຈະມາເຖິງ, ສານອຸທອນ ປາຣີ ຈະອອກຄຳຕັດສິນກ່ຽວກັບການຮ້ອງຟ້ອງຂອງທ່ານນາງ ເຈີນໂຕງາ, ພົນລະເມືອງ ຝລັ່ງ ເຊື້ອຊາດ ຫວຽດນາມ ສຳລັບ 14 ບໍລິສັດເຄມີ ອາເມລິກາ, ໃນນັ້ນ ມີ ບໍລິສັດ Monsanto ທີ່ໄດ້ຜະລິດ ແລະ ຄ້າຂາຍຢາຂ້າຫຍ້າ ໂດຍມີທາດດີໂອຊິນ ຊື່ງໄດ້ສະຫນອງໃຫ້ກອງທັບ ອາເມລິກາ ນຳໃຊ້ໃນສົງຄາມຢູ່ ຫວຽດນາມ. ລັກສະນະຄວາມເປັນທຳຂອງການຮ້ອງຟ້ອງ ໄດ້ຮັບຄວາມສະຫນັບສະຫນູນຈາກຫາສຽງສາກົນ. ພ້ອມທັງກໍ່ແມ່ນການສືບທອດບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການເບິ່ງແຍງດູແລຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນນັບລ້ານໆຄົນ.
ຄວາມຍຸຕິທຳ ແລະ ຫລັກສິນທຳ ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ
ທ່ານນາງ Sandrine Rousseau, ສະມາຊິກພັກຂຽວ. ພາບເ Anh Tuấn/VOV-Paris ໃນປະຫວັດສາດຂອງມວນມະນຸດ, ຍັງບໍ່ທັນມີສົງຄາມເຄມີໃດສາມາດປຽບທຽບກ່ຽວກັບຂອບຂະຫນາດ ແລະໄລຍະເວລາ ກັບສົງຄາມເຄມີຊື່ງ ກອງທັບ ອາເມລິກາ ໄດ້ດຳເນີນຢູ່ ຫວຽດນາມ(1961 - 1971). ມັນໄດ້ປະໄວ້ຜົນຮ້າຍຢ້ອນຫລັງອັນຫນັກຫນ່ວງໄວ້ໃຫ້ແກ່ຊາວ ຫວຽດນາມນັບລ້ານໆຄົນ, ມ້າງທຳລາຍສິ່ງແວດລ້ອມການດຳລົງຊີວິດ ຊື່ງຕ້ອງເສຍເວລາຫລາຍໆປີ, ເສຍກຳລັງເຫື່ອແຮງ ແລະ ເງິນຄຳຊັບສິນ ຈຶ່ງສາມາດແກ້ໄຂໄດ້.
TAG
VOV/VOVworld/ທາດພິດສີສົ້ມ/ດີໂອຊິນ/ຮ້ອງ​ຟ້ອງ/ຫລັກສິນທຳ/ຄວາມຍຸຕິທຳ