VOV WorldVOV World
ຄວາມສົງໃສກ່ຽວກັບປະສິດທິຜົນຂອງບ້ວງເງິນກູ້ຊ່ວຍ 125 ຕື້ USD ໃຫ້ແກ່ແອດສະປາຍ
12/06/2012 07:57
ທ້າຍ​ອາທິດ​ຜ່ານ​ມາ, ບັນດາ​ລັດຖະມົນຕີ​ກະຊວງ​ການ​ເງິນ​ໃນ​ກຸ່ມ​ບັນດາ​ປະ​ເທດ​ນຳ​ໃຊ້​ສະກຸນ​ເງິນ euro ​ໄດ້​ເຫັນ​ດີ​ໃຫ້​ແອດ​ສະ​ປາຍ ກູ້​ຢືມ​ເງິນ 125 ຕື້usd ​ເພື່ອ​ຟື້ນ​ຟູ​ຂະ​ແໜງ​ທະນາຄານ​ຂອງ​ປະ​ເທດ​ນີ້
ຄວາມສົງໃສກ່ຽວກັບປະສິດທິຜົນຂອງບ້ວງເງິນກູ້ຊ່ວຍ 125 ຕື້ USD ໃຫ້ແກ່ແອດສະປາຍ
(vovworld) - ທ້າຍ​ອາທິດ​ຜ່ານ​ມາ, ບັນດາ​ລັດຖະມົນຕີ​ກະຊວງ​ການ​ເງິນ​ໃນ​ກຸ່ມ​ບັນດາ​ປະ​ເທດ​ນຳ​ໃຊ້​ສະກຸນ​ເງິນ euro ​ໄດ້​ເຫັນ​ດີ​ໃຫ້​ແອດ​ສະ​ປາຍ ກູ້​ຢືມ​ເງິນ 125 ຕື້usd ​ເພື່ອ​ຟື້ນ​ຟູ​ຂະ​ແໜງ​ທະນາຄານ​ຂອງ​ປະ​ເທດ​ນີ້, ​ໃນ​ສະຖານະ​ການ​ທີ່​ກອງ​ທຶນ​ສະຖຽນ​ລະ​ພາບ​ທາງ​ການ​ເງິນ​ເອີ​ລົບ (EFSF) ​ແລະ​ ກົນ​ໄກ​ສະຖຽນລະ​ພາບ​ເອີ​ລົບ (ESM) ຖືກ​ຈຳກັດ. ​ເປັນ​ອັນວ່າ, ​ແອດ​ສະ​ປາຍ​ແມ່ນ​ປະ​ເທດ​ທີ 4 ​ໃນ​ພາກ​ພື້ນ​ທີ່​ນຳ​ໃຊ້​ສະກຸນ​ເງິນ​ລວມ​ເອີ​ລົບ (Eurozone)  ຕ້ອງການ​ໄດ້​ຮັບ​​ເງິນ​ກູ້​ຊ່ວຍ​ຈາກ​ເອີ​ລົບ, ຖັດຈາກ​ເກຼັກ, ​ໄອ​ແລນ ​ແລະ ປອກຕູຍ​ການ. ນີ້​ຖືກ​ຖື​ວ່າ​ແມ່ນ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ Eurozone ​ເພື່ອ​ແນ​ໃສ່​ຮັກສາ​ສະຖຽນ​ລະ​ພາບ​ທາງ​ເສດຖະກິດ​ຂອງ​ພາກ​ພື້ນ. ​ແຕ່​ຫາງ​ສຽງ​ຍັງ​ບໍ່​ທັນ​ອຸ່​ນອຽນ​ໃຈ​ຕໍ່​ປະສິດທິ​ຜົນ​ອັນ​ຍາວ​ນານ​ຂອງ​ມາດ​ຕະການ​ກູ້​ຊ່ວຍ​ນີ້​ເທ​ື່ອ.
TAG
ແອດສະປາຍ ກູ້ຊ່ວຍ