ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3: ຄວາມມຸ່ງຫວັງສ້າງບາດລ້ຽວໃນການປົກປ້ອງທະເລ
06/06/2025 08:35
(VOVWORLD) - ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC3), ຈະຖືກຈັດຂຶ້ນແຕ່ວັນທີ 9-13 ມິຖຸນາ ຢູ່ນະຄອນ Nice, ທາງພາກໃຕ້ປະເທດ ຝະລັ່ງ. ກອງປະຊຸມເພື່ອແນໃສ່ບັນລຸໄດ້ຄວາມເຫັນດີເຫັນພ້ອມທົ່ວໂລກ ແລະ ລະດົມແຫຼ່ງເງິນອຸປະຖຳໃຫ້ແກ່ວຽກງານອະນຸລັກຮັກສາທະເລ, ໃນສະພາບການທີ່ຫຼາຍປະເທດ ຍັງມີຄວາມບໍ່ລົງລອຍກັນກ່ຽວກັ ບການຂຸດຄົ້ນທະເລເລິກ, ຂີ້ເຫຍື້ອປລາສະຕິກ ແລະ ການຈັບຫາປາເກີນກຳນົດ.

(ກອງປະຊູມມະຫາສະໝຸດຢູ່ ລິດສະບອນ, ປອກຕູການ ວັນທີ 01/7/2022. ພາບປະກອບ: REUTERS/Rodrigo Antunes) ຄາດວ່າ ປະເທດເຈົ້າພາບ ຝະລັ່ງ ຈະຕ້ອນຮັບການນຳຂອງປະມານ 70 ປະເທດ ແລະ ລັດຖະບານ ຢູ່ Nice. ກອງປະຊຸມໄດ້ເຕົ້າໂຮມບັນດາການນຳວິສາຫະກິດ, ນັກອຸປະຖຳສາກົນ ແລະ ບັນດານັກເຄື່ອນໄຫວສິ່ງແວດລ້ອມທະເລ.
TAG
VOV/VOVworld/ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3/UNOC3/ທ່ານ Olivier Brochet ເອກອັກຄະລັດຖະທູດ ຝະລັ່ງ ປະຈຳ ຫວຽດນາມ/ທ່ານ Olivier Wenden/ເຈົ້າຟ້າຊາຍ Albert II ຂອງ ໂມນາໂກ/ທ່ານ Olivier Poivre d'Arvor/ທູດພິເສດມະຫາສະໝຸດຂອງ ຝະລັ່ງ
Related








