ກອງປະຊຸມສະໄໝສາມັນເທື່ອທິ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ດ້ວຍບັນດາຂຂີດໝາຍປະຫວັດສາດ
27/06/2025 09:37
(VOVWORLD) - ວັນທີ 27 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທິ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ອັດລົງພາຍຫຼັງໄດ້ເຮັດວຽກມາເປັນເວລາ 37 ວັນ ຊື່ງໄດ້ອັດສະໄໝປະຊຸມທີ່ປະສົບຜົນສຳເລັດດ້ວຍບັນດາຂີດໝາຍແຫ່ງປະຫວັດສາດ. ນິ້ແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນພິເສດ ເພື່ອແນໃສ່ຫັນບັນດາແຜນນະໂຍບາຍ, ຂໍ້ສະຫລຸບຂອງຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາ ໂດຍສະເພາະແມ່ນບັນດາເນື້ອໃນໄດ້ຮັບການຮັບຮອງເອົາຢູ່ກອງປະຊຸມສູນກາງຄັ້ງທີ 11 ເປັນລະບອບລະບຽບການ. ສະໄໝປະຊຸມຄັ້ງນີ້ ແມ່ນໜຶ່ງໃນບັນດາກອງປະຊຸມສະແດງຈິນຕະນາການປ່ຽນແປງໃໝ່, ປະດິດຄິດສ້າງ, ບຸກທະລຸທີ່ສຸດ ໃນປະຫວັດສາດ ດ້ວຍບັນດາລັດຖະນະໂຍບາຍໃຫ່ຍ ມຸ່ງໄປເຖິງເປົ້າໝາຍຮັບໃຊ້ຊີວິດທີ່ອີ່ມໜຳສຳລານ, ຜາສຸກຂອງ ປຊຊ ນຳປະເທດຊາດພັດທະນາໃນສະພາບການໃໝ່.

ກອງປະຊຸມສະໄໝສາມັນເທື່ອທິ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 (ພາບ: quochoi.vn )
TAG
VOV/VOVworld/ສະພາແຫ່ງຊາດ/ກົດໝາຍ
Related








