ກອງປະຊຸມ Rio+20 - ກາລະໂອກາດເພື່ອພັດທະນາແບບຍືນຍົງ
19/06/2012 07:22
ວັນທີ 20/6, ກອງປະຊຸມ ສະຫະປະຊາຊາດ ກ່ຽວກັບການພັດທະນາແບບຍືນຍົງ (Rio+20) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ Rio de Janeiro (Brazil)

(vovworld) - ວັນທີ 20/6, ກອງປະຊຸມ ສະຫະປະຊາຊາດ ກ່ຽວກັບການພັດທະນາແບບຍືນຍົງ (Rio+20) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ Rio de Janeiro (Brazil) ດ້ວຍການເຂົ້າຮ່ວມຂອງການນຳ ທີ່ມາຈາກປະເທດຕ່າງໆ130 ທ່ານ ແລະ ຜູ້ແທນນັບໝື່ນຄົນ, ເຊິ່ງແມ່ນຜູ້ອຳນວຍການວິສາຫະກິດ, ຜູ້ຕ່າງໜ້າບັນດາອົງການພົນລະເຮືອນ. ກອງປະຊຸມຖືກດຳເນີນໃນລະຫວ່າງວັນທີ (20-22/6) ຈະຕີລາຄາຄວາມຄືບໜ້າເຊິ່ງໂລກບັນລຸໄດ້ ເພື່ອມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະ ລົບລ້າງຄວາມອຶດຫີວ, ທຸກຍາກ, ພ້ອມທັງກຳນົດ ແລະ ຮັບຮອງເອົາບັນດານະໂຍບາຍ ແລະ ຍຸດທະສາດໃໝ່ ເພື່ອແນໃສ່ສ້າງຫຼັກການພັດທະນາແບບຍືນຍົງໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ຈຸດໝາຍນີ້ຍາກທີ່ຈະບັນລຸໄດ້ໃນສະຖານະການໂລກພວມຮັບມືກັບການທ້າທາຍຫຼາຍຢ່າງ.
TAG
ກອງປະຊຸມ Rio+20
Related








