VOV WorldVOV World
ລະດູບານໃໝ່ຢູ່ບ້ານເກີດເມືອງນອນ
18/01/2012 10:55
ລາຍການ “ລະດູບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນປີ 2012” ດ້ວຍ​ຫົວ​ຂໍ້​ວ່າ “ບ່ອນ​ເຕົ້າ​ໂຮມ​ຂອງ​ມັງກອນ​ສັກ​ສິກ” ໄດ້ຖືກຈັດຕັ້ງຂຶ້ນຢູ່ຮ່າໂນ້ຍ
ລະດູບານໃໝ່ຢູ່ບ້ານເກີດເມືອງນອນ
​   ໂດຍ​ສືບ​ຕໍ່​ຜົນ​ສຳ​ເລັດ​ຂອງ “ລະດູບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນ” ​ໃນ​ຊຸມ​ປີຜ່ານມາ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ-ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ເປັນ​ເຈົ້າການ ​ແລະ ​ ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ຈັດ​ຕັ້ງລາຍ ການ “ລະດູບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນປີ 2012” ດ້ວຍ​ຫົວ​ຂໍ້​ວ່າ “ບ່ອນ​ເຕົ້າ​ໂຮມ​ຂອງ​ມັງກອນ​ສັກ​ສິກ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ ຊາວ​ຫວຽດນາມທີ່​ພວມ​ດຳລົງ​ຊີ​ວິດ ​ແລະ​ເຮັດ​ວຽກ​ຢູ່​ທຸກ​ແຫ່ງ​ຫົນໃນ​ໂລກ​ ມຸ້ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ, ​ເຂົ້າຮ່ວມ​ລາຍການ​ສະ​ແດງ​ສີ​ລະ​ປະ​ພິ​ເສດ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ, ພ້ອມ​ກັນນັ້ນ ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ທີ່​ຢູ່ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ ອ່ວາຍ​ເມືອ​ຫາກົກ​ເຄົ້າ​ເຫງົ້າກໍຂອງຊາດ.