VOV WorldVOV World
ລັດ​ຖະ​ບານ ແລະ ໄລ​ຍະ​ທາງ​ການ​ເຄື່ອນ​ໄຫວ 80 ປີ​ເພື່ອ​ປະ​ເທດ​ຊາດ ເພື່ອ​ປະ​ຊາ​ຊົນ
20/08/2025 09:16
(VOVWORLD) - ວັນທີ 28 ສິງຫາ 1945, ລັດຖະບານຊົ່ວຄາວ ປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ໄດ້ອອກແຈ້ງການຕໍ່ພໍ່ແມ່ປະຊາຊົນທົ່ວປວງຊົນ ກໍ່ຄືທົ່ວໂລກ ກ່ຽວກັບການສ້າງລັດຖະບານຊຸດໃໝ່ພາຍຫຼັງຜົນສຳເລັດຂອງການປະຕິວັດເດືອນສິງຫາ (19/08/1945). 80 ປີຜ່ານມາ, ລັດຖະບານຊົ່ວຄາວ ປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຍາມໃດກໍ່ສາມັກຄີ, ເປັນເອກະພາບ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ສູ້ຊົນຢ່າງບໍ່ຢຸດຢັ້ງ, ທຸກສິ່ງທຸກຢ່າງເພື່ອເປົ້າໝາຍ “ເອກະລາດແຫ່ງຊາດ ຕິດພັນກັບສັງຄົມນິຍົມ”, ແລະ ການດຳລົງຊີວິດທີ່ອີ່ມໜຳສຳລານ, ສູມບຸນພຸມສຸກຂອງ ປະຊາຊົນ, ປະກອບສ່ວນບັນລຸໄດ້ມະຫາໄຊ, ສ້າງບາດລ້ຽວທີ່ມີລັກສະນະ “ປ່ຽນແປງສະພາບການ” ໃນພາລະກິດແຫ່ງການປະຕິວັດຂອງຊາດ ຫວຽດນາມ.
ລັດ​ຖະ​ບານ ແລະ ໄລ​ຍະ​ທາງ​ການ​ເຄື່ອນ​ໄຫວ 80 ປີ​ເພື່ອ​ປະ​ເທດ​ຊາດ ເພື່ອ​ປະ​ຊາ​ຊົນ
ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງລັດຖະບານ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
TAG
VOV/VOVworld/ລັດ​ຖະ​ບານ/ຫວຽດ​ນາມ