VOV WorldVOV World
ລັດຖະບານຫວຽດນາມ ຕັດສິນໃຈຮັກສາພື້ນຖານເສດຖະກິດເປັນປົກກະຕິໃນປີ 2012
06/02/2012 13:19
ລັດຖະບານ​ຫວຽດນາມກໍ​ຮັບ​ຮູ້ວ່າ​ໃນ​ໄລຍະ​ຕົ້ນ​ປີ​ ຈະ​ຕັດສິນ​ໃຈ​ຕິດຕາມ​ບັນດາ​ມາດ​ຕະການ ​ແລະ ຄາດໝາຍ​ທີ່​​ໄດ້ວາງ​ອອກ​ຢ່າງ​ໃກ້ຊິດ
ລັດຖະບານຫວຽດນາມ ຕັດສິນໃຈຮັກສາພື້ນຖານເສດຖະກິດເປັນປົກກະຕິໃນປີ 2012
(vovworld) - ປີ 2012 ລັດຖະບານ​ຫວຽດນາມ ຢືນຢັນຈະ ຕັດສິນ​ໃຈ​ດັດ​ປັບດັດຊະນີ​ໄພ​ເງິນ​ເຟີ້​ລົງ​ລະດັບຫນຶ່ງ​ຕົວ​ເລກ, ຮັກສາ​ເສດຖະກິ​ດມະຫາ​ພາກ​ເປ​ັນປົກກະ​ຕິ, ຫລຸດຜ່ອນ​ອັດຕາ​ດອກ​ເບ້​ຍກູ້​ຢືມລົງ​ເທື່ອ​ລະ​ກ້າວ ພ້ອມ​ທັງ​ມີ​ບັນດາ​ນະ​ໂຍບາຍ​ພາສີ​ອາກອນ, ຄ່າ​ທຳນຽມ​ຢ່າງ​ເໝາະ​ສົມ ​ເພື່ອ​ຊຸກຍູ້​ການ​ຜະລິດດຳ​ເນີນທຸລະ​ກິດ. ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​ນີ້ ​ຖືກຍົກ​ອອກ​ມາທີ່​ການ​ປະຊຸມ​ຂ່າວ​ພາຍຫລັງ​ກອງ​ປະ​ຊຸມ​ປະ​ຈຳ​ເດືອນ​ 1/2012 ຊຶ່ງ​ດຳ​ເນີນ​ໄປ​ໃນ​ທ້າຍ​ອາທິດ​ຜ່ານ​ມາ.