ລັກສະນະອັນຖືກຕ້ອງຂອງແນວທາງການທູດ “ໄມ້ໄຜ່ ຫວຽດນາມ”
02/05/2024 09:31
(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ທ່ານ Mathias Cormann,ເລຂາທິການ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ວັນທີ 2 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ເລີ່ມຕົ້ນໄປເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ ຂອງ OECD ແລະ ທຳການເຄື່ອນໄຫວສອງຝ່າຍຈຳນວນຫນຶ່ງຢູ່ ປາຣີ ປະເທດ ຝລັ່ງ. ການໄປປະຕິບັດງານຄັ້ງນີ້ແມ່ນສະແດງໃຫ້ເຫັນຄວາມເປັນເຈົ້າການໃນການຮັບມືຂອງຫວຽດນາມ ກັບທ່າອ່ຽງລວມຂອງໂລກ, ຮັບໃຊ້ຜົນປະໂຫຍດແຫ່ງຊາດ- ຂອງຊາດໃຫ້ເປັນຢ່າງດີສຸດ. ພ້ອມກັນນັ້ນ ກໍ່ເປັນການສະແດງໃຫ້ເຫັນແນວທາງການທູດແບບໄມ້ໄຜ່ຂອງຫວຽດນາມ.

ພາບປະກອບ: dangcongsan.vn ທີ່ກອງປະຊຸມການທູດຄັ້ງທີ 29 ປີ 2016, ຄຳສັບ “ໄມ້ໄຜ່ ຫວຽດນາມ” ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຕື້ອງເຖິງໂດຍຢາກສະແດງໃຫ້ເຫັນແນວທາງການທູດຂອງ ຫວຽດນາມ. ຮອດເດືອນທັນວາ ປີ 2021, ທີ່ກອງປະຊຸມການຕ່າງປະເທດທົ່ວປະເທດກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ທ່ານເລຂາທິການໃຫຍ່ ໄດ້ເນັ້ນຫນັກວ່າ: “ ໃນໄລຍະກວ່າ 90 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ການຕ່າງປະເທດ, ການທູດ ຫວຽດນາມ ໄດ້ສືບທອດ ແລະ ເສີມຂະຫຍາຍສີສັນ, ກົກເຄົ້າຂອງວັດທະນະທຳ ແລະ ມູນເຊື້ອອັນດີງາມຂອງຊາດ, ຮັບເອົາສິ່ງຍອດຢ້ຽມຂອງໂລກ ແລະ ແນວຄິດກ້າວຫນ້າຂອງຍຸກສະໄຫມໂດຍມີການຄັດເລືອກ, ພັດທະນາບົນພື້ນຖານທິດສະດີຂອງລັດທິ ມາກ -ເລນີນ ແນວຄິດ ໂຮ່ຈີມິນ ສ້າງເປັນແນວທາງການຕ່າງປະເທດ, ການທູດທີ່ເປັນເອກະລັກ ແລະ ພິເສດສະເພາະ, ເຕັມໄປດ້ວຍສີສັນຂອງໄມ້ໄຜ່ ຫວຽດນາມ. ນັ້ນແມ່ນ ທັງຢືດໝັ້ນດ້ານຫລັກການ, ທັງມີຄວາມຢຶດຢຸ່ນດ້ານຍຸດໂທບາຍ; ອ່ອນນວນ, ສະຫລາດຄ່ອງແຄ້ວ ແຕ່ກໍ່ມີຄວາມອົງອາດກ້າແກ່ນ, ຂ້ຽວຂາດ, ມີໄຫວພິບ, ປະດິດຄິດສ້າງ ແຕ່ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ສິ່ງທົດສອບ; ມີຄວາມສາມັກຄີ, ຮັກແພງກັນແຕ່ກໍ່ມີຄວາມເດັດດ່ຽວ, ຢືດໝັ້ນໃນການປົກປັກຮັກສາຜົນປະໂຫຍດແຫ່ງຊາດ -ຂອງຊາດ. ມາຮອດກອງປະຊຸມການທູດທົ່ວປະເທດຄັ້ງທີ 32, ເດືອນ ທັນວາປີ 2023, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງວ່າ: “ສືບຕໍ່ປ່ຽນແປງໃຫມ່, ສ້າງສາ ແລະ ພັດທະນາພື້ນຖານການຕ່າງປະເທດ, ການທູດ ຫວຽດນາມ ໃຫ້ທັນສະໄຫມ, ໝັ້ນຄົງເຂັ້ມແຂງຮອບດ້ານ, ເຕັມໄປດ້ວນສີສັນ “ໄມ້ໄຜ່ ຫວຽດນາມ”
TAG
VOV/VOVworld/ແນວທາງການທູດ/ນຳພາຂອງພັກກອມມູນິດ ຫວຽດນາມ/ກອງປະຊຸມການທູດ
Related








