VOV WorldVOV World
ມະ​ຕິ​ສະ​ບັບ​ເລກ​ທີ 68: ບາດ​ກ້າວ​ບຸກ​ທະ​ລຸ​ຄັ້ງ​ປະ​ຫວັດ​ສາດ​ເພື່ອ​ພັດ​ທະ​ນາ​​ເສດ​ຖະ​ກິດ​ເອ​ກະ​ຊົນ
12/05/2025 09:01
(VOVWORLD) - ມະຕິສະບັບເລກທີ 68 – NQ/TW, ໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ເຊັນປະກາດໃຊ້ໃນວັນທີ 04 ພຶດສະພາ 2025, ແມ່ນເອກະສານສຳຄັນຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດເອກະຊົນ. ບົດບາດຂອງຂົງເຂດເສດຖະກິດເອກະຊົນໄດ້ຮັບການຢັ້ງຢືນຢ່າງແຮງໃນມະຕິສະບັບເລກທີ 68 ເຊິ່ງເປັນຄັ້ງທຳອິດ ທີ່ເສດຖະກິດເອກະຊົນໄດ້ຮັບການກຳນົດວ່າແມ່ນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ. ນີ້ແມ່ນບາດກ້າວບຸກທະລຸກ່ຽວກັບຈິນຕະນາການພັດທະນາ.
ມະ​ຕິ​ສະ​ບັບ​ເລກ​ທີ 68: ບາດ​ກ້າວ​ບຸກ​ທະ​ລຸ​ຄັ້ງ​ປະ​ຫວັດ​ສາດ​ເພື່ອ​ພັດ​ທະ​ນາ​​ເສດ​ຖະ​ກິດ​ເອ​ກະ​ຊົນ
   ຂົງເຂດເສດຖະກິດເອກະຊົນປະກອບສ່ວນປະມານ 50% GDP ຂອງ ຫວຽດນາມ, ມອບພັນທະເຂົ້າງົບປະມານແຫ່ງລັດກວ່າ 30%  ແລະ ພິເສດແມ່ນແກ້ໄຂວຽກເຮັດງານທຳໃຫ້ແກ່ກວ່າ 82% ແຮງງານໃນທົ່ວປະເທດ. ບັນດາຕົວເລກນີ້ສະແດງໃຫ້ເຫັນທີ່ຕັ້ງ, ບົດບາດອັນໃຫຍ່ຫຼວງ ແລະ ມີຄວາມສຳຄັນຍິ່ງຂອງຂົງເຂດເສດຖະກິດເອກະຊົນໃນພື້ນຖານເສດຖະກິດ ຫວຽດນາມ.
TAG
VOV/VOVworld/ມະຕິສະບັບເລກທີ 68 - NQ/TW/ເສດ​ຖະ​ກິດ​ເອ​ກະ​ຊົນ/ນະ​ໂຍ​ບາຍ