VOV WorldVOV World
ມາລີ ຕໍ່ໜ້າໄພກາຍເປັນສະຖານທີ່ເຄັ່ງຮ້ອນໃໝ່ ຢູ່ອາຟຼິກກາຕາເວັນຕົກ
04/04/2012 07:20
​ພາຍຫຼັງ​​ເກີດ​ເຫດການ​ລັດຖະປະຫານ ​ໂຄ່ນ​ລົ້ມອຳນາດ​ການ​ປົກຄອງ​ພົນລະ​ເຮື​ອນ​ຢູ່​ມາລີ ມາ​ເປັນເວລາ​ເກືອບ 2 ອາທິດ, ສະພາບ​ການ​ຢູ່​ປະ​ເທດ ອາ​ຟຼິກກາ​ຕາ​ເວັນ​ຕົກ ນີ້​ ນັບ​ມື້​ນັບ​ສັບສົນ​ຂຶ້ນ​ຕື່ມ ​
ມາລີ ຕໍ່ໜ້າໄພກາຍເປັນສະຖານທີ່ເຄັ່ງຮ້ອນໃໝ່ ຢູ່ອາຟຼິກກາຕາເວັນຕົກ
    ພາຍຫຼັງ​​ເກີດ​ເຫດການ​ລັດຖະປະຫານ ​ໂຄ່ນ​ລົ້ມອຳນາດ​ການ​ປົກຄອງ​ພົນລະ​ເຮື​ອນ​ຢູ່​ມາລີ ມາ​ເປັນເວລາ​ເກືອບ 2 ອາທິດ, ສະພາບ​ການ​ຢູ່​ປະ​ເທດ ອາ​ຟຼິກກາ​ຕາ​ເວັນ​ຕົກ ນີ້​ ນັບ​ມື້​ນັບ​ສັບສົນ​ຂຶ້ນ​ຕື່ມ ​ແລະ ພວມ​ມີ​ໄພ​ແຜ່​ລາມ​ອອກ​ສູ່​ທົ່ວ​ເຂດ Sahel, ບັນດາ​ສານ​ທາງ​ການ​ທູດ​ຂອງ​ສະຫະ​ປະຊາ​ຊາດ ກໍ​ຄື​ຂອງ​ປະ​ເທດ​ຕ່າງໆ​ຢູ່​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ ​ໄດ້​ຖືກ​ສົ່ງ​ເຖິງ​ກຳລັງ​ດຳ​ເນີນ​ການ​ລັດຖະປະຫານ, ຊ້ຳບໍ່​ໜຳ, ບັນດມາດ​ຕະການ​ລົງ​ໂທດ​ກໍ​ໄດ້​ເລີ່​ມນຳ​ໃຊ້ ​ເພື່ອ​ແນ​ໃສ່​ເພີ່ມ​ກຳລັງ​ດັນ ຟື້ນ​ຟູ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢູ່​ມາລີ ​ແຕ່​ເບິ່ງຄື​ວ່າ ສະພາບ​ການ​ບໍ່​ທັນ​ມີ​ຄວາມ​ຄຶບໜ້າ​ໃດໆ. ຫາງ​ສຽງ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ປະ​ເທດ​ນ້ອຍໆ​ແຫ່ງ​ນີ້ ຈະ​ຖືກ​ຕັດ​ແຍກ​ອອກ ​ແລະ ກາຍ​ເປັນ​ເດີນ​ຫຼັງ​ຂອງ​ກຳລັງ​ກໍ່​ການ​ຮ້າຍ, ພິ​ເສດ​ແມ່ນ​ຂອງ Al Qaeda.
TAG
ມາລີ/ລັດຖະປະຫານ/ກະບົດ/ລູກຮື້ຂຶ້ນ