ມະຕິຂອງລັດຖະບານຊ່ວຍວິສາຫະກິດພັດທະນາການຜະລິດ
01/02/2012 09:00
ມະຕິ ເລກທີ 11 ຂອງລັດຖະບານຫວຽດນາມ ໄດ້ຊ່ວຍວິສາຫະກິດພັດທະນາການຜະລິດ

ປີ 2011 ຖືກຖືວ່າ ແມ່ນປີທີ່ບັນດາກຸ່ມເສດຖະກິດ, ວິສາຫະກິດຫວຽດນາມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຫຼາຍວິສາຫະກິດໄດ້ມີຄວາມມານະພະຍາຍາມ ເພື່ອສາມາດຄົງຕົວໄດ້ໃນໄລຍະເວລາອັນທຸກຍາກນີ້. ປີ 2012, ພື້ນຖານເສດຖະກິດໂລກເວົ້າລວມ ແລະຫວຽດນາມເວົ້າສະເພາະ ຍັງຄົງຢືນຢູ່ຕໍ່ໜ້າການທ້າທາຍຫຼາຍຢ່າງ. ບັນດາວິສາຫະກິດຫວຽດນາມໄດ້ກຳນົດວ່າ ຕ້ອງມີຄວາມພະຍາຍາມຫຼາຍກ່ວາອີກ ແລະປາດຖະໜາ ຈະໄດ້ຮັບຄວາມສະດວກຫຼາຍຢ່າງ ຈາກນະໂຍບາຍບໍລິຫານຂອງລັດຖະບານໃນປີໃໝ່ ຊື່ງຄາດຄະເນວ່າ ຍັງຄົງຈະປະສົບກັບຄວາມຫຍຸ້ງຍາກຢ່າງຫຼວງຫຼາຍ.
Related








