VOV WorldVOV World
ມຽນ​ມາ​ ມານະ​ພະ​ຍາ​ຍາມ​ພ້ອມ​ກັບ​ອາ​ຊຽນ ສ້າງສະ​ຖຽນ​ລະ​ພາບ​ໃຫ້​ແກ່ປະ​ເທດ​ຊາດ​ ​
08/06/2021 07:15
(VOVWORLD) -ຜູ້ຕາງໜ້າສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຫາກໍ່ສີ້ນສຸດການໄປຢ້ຽມຢາມ ແລະ ເຮັດວຽກຢູ່ມຽນມາ ໃນລະຫວ່າງວັນທີ 4-5 ມິຖຸນາ. ການຢ້ຽມຢາມ ໄດ້ເຊື່ອມຕໍ່ບັນດາຄວາມມານະພະຍາຍາມຫວ່າງມໍ່ໆມານີ້ຂອງອາຊຽນ ໃນການໜູນຊ່ວຍປະເທດສະມາຊິກນີ້ ບັນລຸໄດ້ມາດຕະການສັນຕິພາບໂດຍໄວ ແລະ ສ້າງສະຖຽນລະພາບໃຫ້ແກ່ປະເທດຊາດ.
ມຽນ​ມາ​ ມານະ​ພະ​ຍາ​ຍາມ​ພ້ອມ​ກັບ​ອາ​ຊຽນ ສ້າງສະ​ຖຽນ​ລະ​ພາບ​ໃຫ້​ແກ່ປະ​ເທດ​ຊາດ​ ​
  ປຊຊ ລັດ Karen ອອກຈາກບ້ານ ຍ້ອນວິຕົກກັງວົນການປະທະກັນ (ພາບ: AFP )   ການຜັນຜວນດ້ານການເມືອງຢູ່ມຽນມາ ເກີດຂຶ້ນເມື່ອຕົ້ນເດືອນກຸມພາປີ 2021 ຜ່ານມາ, ພາຍຫຼັງທະຫານມຽນມາ ໄດ້ຈັບຕົວບັນດາການນຳໂດຍ ປຊຊ ແຕ່ງຕັ້ງຂອງປະເທດນີ້ ດ້ວຍຄຳກ່າວຫາໂທດສໍ້ໂກງຄະແນນໃນການເລືອກຕັ້ງ. ໃນກ່ວາ 4 ເດືອນຜ່ານມາ, ວົງຄະນະຍາດສາກົນ, ພິເສດແມ່ນອາຊຽນ ໄດ້ມີບັນດາຄວາມມານະພະຍາຍາມໃນການເປັນກາງ, ຊອກຫາມາດຕະການໂດຍສັນຕິວິທີ ແລະ ມີລັກສະນະສ້າງສັນໃຫ້ແກ່ທຸກຝ່າຍທີ່ກ່ຽວຂ້ອງ.
TAG
VOV/VOVworld/ມຽນ​ມາ​ມາ/​ ສ້າງສະ​ຖຽນ​ລະ​ພາບ​ໃຫ້​ແກ່ປະ​ເທດ​ຊາດ​ ​/ທ່ານເລຂາທິການໃຫ່ຍອາຊຽນ Dato Lim Jock Hoi/ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ/ອາຊຽນ