ນະໂຍບາຍພາສີໃໝ່ຂອງ ອາເມລິກາ ເພີ່ມຄວາມຂາດສະຖຽນລະພາບດ້ານການຄ້າທົ່ວໂລກ
27/02/2026 09:21
(VOVWORLD) - ວັນທີ 20 ກຸມພາ, ສານສູງສຸດ ອາເມລິກາ ໄດ້ອອກຄຳຕັດສິນຄັດຄ້ານນະໂຍບາຍພາສີທົ່ວໂລກ ເຊິ່ງທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ຍົກອອກເມື່ອເດືອນ ເມສາ 2025. ການກະທຳດັ່ງກ່າວ ມີຄວາມສ່ຽງເຮັດໃຫ້ການຄ້າທົ່ວໂລກຕົກເຂົ້າສູ່ສະພາບຂາດສະຖຽນລະພາບໃໝ່, ເມື່ອອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ຊອກຫາວິທີຊຸກຍູ້ນະໂຍບາຍພາສີ ພາຍໃຕ້ບັນດາຂອບນິຕິກຳໃໝ່.

ໃນຄຳຕັດສິນທີ່ໄດ້ຍົກອອກມາ, ສານສູງສຸດ ອາເມລິກາ ຖືວ່າ ພາສີນຳເຂົ້າອີງໃສ່ກົດໝາຍວ່າດ້ວຍສິດອຳນາດເສດຖະກິດສຸກເສີນສາກົນ (IEEPA) ໂດຍທ່ານ Donald Trump ປະທານາທິບໍດີ ອາເມລິກາ ຈັດວາງແມ່ນຜິດກົດໝາຍ, ໝາຍຄວາມວ່າເລື່ອງອຳນາດການປົກຄອງ ອາເມລິກາ ບໍ່ພຽງແຕ່ບໍ່ສາມາດໝູນໃຊ້ນະໂຍບາຍພາສີດັ່ງກ່າວໄດ້ເທົ່ານັ້ນ ຫາກຍັງຕ້ອງຈ່າຍຄືນພາສີນຳເຂົ້າທີ່ໄດ້ເກັບໄປແລ້ວໃນປີຜ່ານມາ ລວມມູນຄ່າປະມານ 175 ຕື້ USD ອີກດ້ວຍ.
TAG
VOV/VOVworld/ນະໂຍບາຍພາສີໃໝ່ຂອງ ອາເມລິກາ/ຂາດສະຖຽນລະພາບ/ການຄ້າທົ່ວໂລກ
Related








