VOV WorldVOV World
ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ
23/07/2015 10:35
ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ໄທ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ແລ​ະ ພັນ​ລະ​ຍາ ແມ່ນ​ເຫດ​ການ​ທີ່​ສຳ​ຄັນ​ໃນ​ການ​ພົວ​ພັນ 2 ຝ່າຍ​ຫວຽດ​ນາມ - ໄທ
ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ໄທ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ແລ​ະ ພັນ​ລະ​ຍາ ແມ່ນ​ເຫດ​ການ​ທີ່​ສຳ​ຄັນ​ໃນ​ການ​ພົວ​ພັນ 2 ຝ່າຍ​ຫວຽດ​ນາມ - ໄທ. ການ​ຢ້ຽມ​ຢາມ​ແມ່ນ​ເພື່ອ​ແນ​ໃສ່​ປັບ​ປຸງ ແລະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ໄທ​ໃນ​ບັນ​ດາ​ຂົງ​ເຂ​ດ​ຮ່ວມ​ມື, ພິ​ເສດ​ແມ່ນ​ການ​ເມືອງ, ການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ແຮງ​ງານ ກໍ​ຄື​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ ແລະ ອະ​ນຸ​ພາກ​ພື້ນ.         ໃນ​ໄລ​ຍະ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ໄທ, ວັນ​ທີ 23/7, ນອກ​ຈາກກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ລວມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຍັງ​ມີ​ບັນ​ດາ​ການ​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ນິ​ຕິ​ບັນ​ຍັດແຫ່ງ​ຊາດ​ໄທ, ພົບ​ປະ​ກັບ ສົມເດັດພະເທບ ຣັດຕະນະຣາຊະສຸດາ ສະຫຍາມບໍຣົມຣາຊະກຸມມາລີແຫ່ງ ຣາຊະອານາຈັກໄທ , ເຂົ້າ​ຮ່ວມການ​ພົບ​ປະ​ສົນ​ທະ​ນາ​ລະ​ຫວ່າງວິ​ສາ​ຫະ​ກິດ​ຂອງ 2 ປະ​ເທດ ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ໄທ.
TAG
vovworld/ການ​ພົວ​ພັນ/ຍຸດ​ທະ​ສາດ