ອັງກິດ - EU ສ້າງຕັ້ງການພົວພັນໃໝ່ພາຍຫຼັງ Brexit
21/05/2025 07:52
(VOVWORLD) - ວັນທີ 19 ພຶດສະພາ, ບັນດາການນຳອັງກິດ ແລະ ສະຫະພາບເອີລົບ (EU) ໄດ້ລົງນາມຂໍ້ຕົກລົງຫຼາຍສະບັບກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພະລັງງານ, ສະບຽງອາຫານ, ສ້າງຂີດໝາຍກ່ຽວກັບການກຳນົດຄືນການພົວພັນໃໝ່ທີ່ສະໜິດສະໜົມກ່ວາ ພາຍຫຼັງໄລຍະໜຶ່ງຖືກແຕກແຫງຍ້ອນ Brexit ແລະ ໃນສະພາບການເອີລົບຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ກ່ຽວກັບພູມສາດການເມືອງ.

ບັນດາຂໍ້ຕົກລົງລະຫວ່ງ EU ແລະ ອັງກິດໄດ້ລົງນາມໃນຂອບເຂດກອງປະຊຸມສຸດຍອດ ອັງກິດ - EU ທີ່ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາຢູ່ນະຄອນຫຼວງ ລອນດອນ, ອັງກິດ. ນີ້ກໍ່ແມ່ນກອງປະຊຸມໃຫຍ່ຄັ້ງທຳອິດລະຫວ່າງສອງຝ່າຍ ທີ່ໄດ້ດຳເນີນຢູ່ປະເທດ ອັງກິດນັບແຕ່ເວລາການລົງປະຊາມະຕິ ໃນປີ 2016 ພາໄປເຖິງເລື່ອງ ອັງກິດຖອນ ຕົວ ອອກຈາກ EU, ຍັງໄດ້ເອີ້ນວ່າເຫດການ Brexit.
TAG
VOV/VOVworld/ອັງກິດ/EU/ການຮ່ວມມື
Related








