ຍົກການພົວພັນຮ່ວມມືຮອບດ້ານຫວຽດນາມ-ລາວ ຂຶ້ນສູ່ລະດັບສູງໃໝ່
26/12/2012 07:31
ວັນທີ 26/12, ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປລາວ ຈູມມາລີ ໄຊຍະສອນ ພ້ອມດ້ວຍພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການແຕ່ວັນທີ 26-28/12/2012

ວັນທີ 26/12, ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປລາວ ຈູມມາລີ ໄຊຍະສອນ ພ້ອມດ້ວຍພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການແຕ່ວັນທີ 26-28/12/2012 ຕາມຄຳເຊີນຂອງທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ປະທານປະເທດເຈືອງເຕີນຊາງ. ການມາຢ້ຽມຢາມຫວຽດນາມ ຂອງທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ໄດ້ດຳເນີນໄປໃນຊຸມວັນທ້າຍປີສາມັກຄີມິດຕະພາບຫວຽດນາມ-ລາວ 2012, ແມ່ນເຫດການສຳຄັນ, ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ.
TAG
ສັນຖະວະໄມຕີ/ຈູມມາລີ ໄຊຍະສອນ/ສູນທອນ ໄຊຍະຈັກ
Related








