VOV WorldVOV World
ຍົກສູງລັກສະນະຄວາມຮັບຜິດຊອບຂອງບັນດາປະເທດໃນການ ປົກປັກຮັກສາສັນຕິພາບພາກພື້ນ
05/06/2018 07:04
(VOVWORLD) - ກອງປະຊຸມ Shangri-La 17 ແມ່ນກອງປະຊຸມທີ່ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດຫລາຍທີ່ສຸດ, ແມ່ນກາລະໂອກາດ ເພື່ອໃຫ້ບັນດາປະເທດຍົກອອກບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງໃໝ່ ເຊິ່ງພາກພື້ນພວມປະເຊີນໜ້າ,
ຍົກສູງລັກສະນະຄວາມຮັບຜິດຊອບຂອງບັນດາປະເທດໃນການ ປົກປັກຮັກສາສັນຕິພາບພາກພື້ນ
ກອງປະຊຸມເຈລະຈາ Shangri-La 17, ເວທີປາໄສຄວາມໝັ້ນຄົງສຳຄັນທີ່ສຸດຂອງພາກພື້ນ ອາຊີ - ປາຊີຟິກ ຫາກໍ່ສິ້ນສຸດລົງໃນອາທິດແລ້ວນີ້ຢູ່ ສິງກະໂປ. ທີ່ກອງປະຊຸມຄັ້ງນີ້, ມີຈຸດລວມ ນັ້ນແມ່ນບັນດາປະເທດ ລ້ວນແຕ່ເຫັນດີໃນການສຳຜັດເລື່ອງແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງໃນປັດຈຸບັນ, ນັ້ນແມ່ນ ຍົກສູງຄວາມຮັບຜິດຊອບ, ເພີ່ມທະວີການເຈລະຈາເພື່ອແກ້ໄຂ ແລະ ຮັບມືຕໍ່ທ່າອ່ຽງປ່ຽນແປງຄວາມເປັນລະບຽບຮຽບຮ້ອຍຢູ່ ອາຊີ ເວົ້າລວມ ແລະ ພາກພື້ນ ອາຊີ - ປາຊີຟິກ ເວົ້າສະເພາະ. ບັນດາຜູ້ແທນເຂົ້າຮ່ວມ   ກອງປະຊຸມ Shangri-La ຄັ້ງທີ 17 (ພາບ: TTXVN)         ກອງປະຊຸມ Shangri-La ປີນີ້ ໄດ້ເຕື້ອງເຖິງບັນດາບັນຫາຄວາມໝັ້ນຄົງທີ່ເຄັ່ງຮ້ອນທີ່ສຸດໃນພາກພື້ນ. ຜູ້ແທນເຂົ້າຮ່ວມຢ່າງເປັນທາງການກ່ວາ 500 ຄົນແມ່ນບັນດາເຈົ້າໜ້າທີ່ປ້ອງກັນຊາດ ແລະ ວົງການນັກຮຽນຮູ້ທີ່ມາຈາກກ່ວາ 50 ປະເທດ ແລະ ເຂດແຄ້ວນ, ໃນນັ້ນມີລັດຖະມົນຕີ ຫຼື ຮອງລັດຖະມົນຕີກະຊວງປ້ອງກັນປະເທດກ່ວາ 40 ທ່ານເຂົ້າຮ່ວມ.         ກອງປະຊຸມ Shangri-La 17 ແມ່ນກອງປະຊຸມທີ່ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດຫລາຍທີ່ສຸດ, ແມ່ນກາລະໂອກາດ ເພື່ອໃຫ້ບັນດາປະເທດຍົກອອກບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງໃໝ່ ເຊິ່ງພາກພື້ນພວມປະເຊີນໜ້າ, ຈາກນັ້ນ ຍົກອອກບັນດາຮູບການຮ່ວມມື ເພື່ອຮັບປະກັນໃຫ້ພາກພື້ນ ອາຊີ - ປາຊີຟິກ ສະຖຽນລະພາບ, ສັນຕິພາບ ແລະ ພັດທະນາວັດທະນາຖາວອນ.
TAG
VOV/VOVworld/ກອງປະຊຸມ Shangri-La/ເວທີປາໄສຄວາມໝັ້ນຄົງ/ອາ​ຊີ - ປາ​ຊີ​ຟິກ

More