ຍູ້ແຮງການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນໃນໄລຍະໃຫມ່
27/02/2012 09:25
ເພື່ອໃຫ້ການພົວພັນຕ່າງປະເທດປະຊາຊົນ (ປຊຊ) ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ປະກອບສ່ວນພັດທະນາເສດຖະກິດ ສັງຄົມ, ຊຸກຍູ້ວິວັດການເຊື່ອງໂຍງເຂົ້າກັບສາກົນຢ່າງແຂງແຮງ ຄວນເອົາໃຈໃສ່ເປັນພິເສດເຖິງລັກສະນະປະສິດທິຜົນ

(vovworld)-ເພື່ອໃຫ້ການພົວພັນຕ່າງປະເທດປະຊາຊົນ (ປຊຊ) ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ປະກອບສ່ວນພັດທະນາເສດຖະກິດ ສັງຄົມ, ຊຸກຍູ້ວິວັດການເຊື່ອງໂຍງເຂົ້າກັບສາກົນຢ່າງແຂງແຮງ ຄວນເອົາໃຈໃສ່ເປັນພິເສດເຖິງລັກສະນະປະສິດທິຜົນ, ຄວນສ້າງແຜນການ ແລະ ຜັນຂະຫຍາຍການເຄື່ອນໄຫວຢ່າງຄົບຊຸດ ແລະ ຮອບດ້ານ, ປະກອບສ່ວນຫນູນຊ່ວຍການເຄື່ອນໄຫວພົວພັນຕ່າງປະເທດຂອງພັກກອມມູນິດ ຫວຽດນາມ ແລະ ການຕ່າງປະເທດລັດ, ພິເສດໃນສະພາບການໃຫມ່. ນີ້ແມ່ນເນື້ອໃນສຳຄັນທີ່ໄດ້ຮັບການປຶກສາຫາລືໃນກອງປະຊຸມສະຫລຸບວຽກງານການພົວພັນຕ່າງປະເທດ ປຊຊ ປີ 2011 ແລະ ຜັນຂະຫຍາຍຫນ້າທີ່ປີ 2012 ຊຶ່ງຫາກໍດຳເນີນໃນທ້າຍອາທິດຜ່ານມາຢູ່ ຮ່າໂນ້ຍ.
TAG
ພົວພັນຕ່າງປະເທດ
Related








