ຍູ້ແຮງການຫນູນຊ່ວຍວິສາຫະກິດ
01/03/2013 08:53
ສະພາບເສດຖະກິດໃນ 2 ເດືອນຕົ້ນປີຂອງ ຫວຽດນາມ ພວມມີສັນຍານດີພໍສົມຄວນ ເມື່ອດັດຊະນີລາຄາໃຊ້ສອຍໃນເດືອນ 2 ເພີ່ມຂຶ້ນບໍ່ຫລາຍເມື່ອທຽບໃສ່ໄລຍະດຽວກັນຂອງທຸກປີ

(vovworld)- ສະພາບເສດຖະກິດໃນ 2 ເດືອນຕົ້ນປີຂອງ ຫວຽດນາມ ພວມມີສັນຍານດີພໍສົມຄວນ ເມື່ອດັດຊະນີລາຄາໃຊ້ສອຍໃນເດືອນ 2 ເພີ່ມຂຶ້ນບໍ່ຫລາຍເມື່ອທຽບໃສ່ໄລຍະດຽວກັນຂອງທຸກປີ ແລະ ອັດຕາສ່ວນຫນີ້ເສຍຂອງທົ່ວຂະແຫນງທະນາຄານໄດ້ຫລຸດລົງແຕ່ 8% ລົງເຫລືອພຽງ 6%. ເຖິງຢ່າງໃດກໍຕາມ, ເພື່ອບັນລຸໄດ້ຄາດໝາຍຊ້ອນ ຊື່ງລັດຖະບານໄດ້ວາງອອກນັ້ນແມ່ນ ການເຕີບໂຕສູງກວ່າ, ລະດັບໄພເງິນເຟີ້ຕຳ່ກວ່າປີກ່ອນ, ໃນ 10 ເດືອນຍັງເຫລືອຂອງປີ 2013, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆຄວນຂ້ຽວຂາດກວ່າໃນການປະຕິບັດບັນດາແຜນນະໂຍບາຍຂອງລັດຖະບານ, ໃນນັ້ນເອົາໃຈໃສ່ເຖິງບັນດາມາດຕະການຫນູນຊ່ວຍວິສາຫະກິດຟື້ນຟູການຜະລິດ.
TAG
ແກ້ໄຂຄວາມຫຍຸ້ງຍາກ
Related








