ໂລກຮ່ວມແຮງຮ່ວມໃຈຟື້ນຟູພື້ນຖານເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19
25/09/2020 08:50
(VOVWORLD) - ພາຍໃຕ້ຮູບການທາງອອນລາຍ, ກອງປະຊຸມລັດຖະມົນຕີກະຊວງການຄ້າ ແລະ ການລົງທຶນ ຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (G20) ໂດຍ ອາຣັບບິ ຊະອຸດິ ເປັນປະທານ ຫາກໍໄດ້ອັດລົງໃນອາທິດນີ້ ດ້ວຍຄຳໝັ້ນສັນຍາຮ່ວມມືລະອຽດຫຼາຍຢ່າງ. ຕາມນັ້ນແລ້ວ, ສືບຕໍ່ປະຕິບັດທຸກມາດຕະການ ແລະ ນຳໃຊ້ທຸກເຄື່ອງມືນະໂຍບາຍທີ່ມີຢູ່ແລ້ວ ເພື່ອຫຼຸດຜ່ອນຜົນເສຍຫາຍທາງດ້ານເສດຖະກິດ ແລະ ສັງຄົມ ຍ້ອນໂລກລະບາດ ໂຄວິດ - 19 ກໍ່ຂຶ້ນ, ຟື້ນຟູການເຕີບໂຕທົ່ວໂລກ, ເພີ່ມກຳລັງຄວາມສາມາດໃນການຟື້ນຟູ ແລະ ຮັກສາຕະຫຼາດໃຫ້ສະຖຽນລະພາບ.

ກອງປະຊຸມລັດຖະມົນຕີກະຊວງການຄ້າ ແລະ ການລົງທຶນ ຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ຈັດຂຶ້ນພາຍໃຕ້ຮູບການອອນລາຍ (ພາບ: qdnd.vn) ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 20 ປະເທດສະມາຊິກ G20 ແລະ ບາງພື້ນຖານເສດຖະກິດຖືກເຊີນ ພ້ອມດ້ວຍການນຳຂອງຫຼາຍອົງການຈັດຕັ້ງສາກົນໃຫຍ່ຄື ທະນາຄານໂລກ (WB), ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ພັດທະນາ (UNCTAD)… ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການ “ຍາດແຍ່ງບັນດາກາລະໂອກາດຂອງສະຕະວັດທີ 21 ໃຫ້ທຸກໆຄົນ” ໃນນັ້ນ ລວມທັງ 5 ເນື້ອໃນຕົ້ນຕໍ ດັ່ງນີ້: ໜູນຊ່ວຍການຟື້ນຟູການຄ້າ ແລະ ການລົງທຶນສາກົນ; ໜູນຊ່ວຍການປະຕິຮູບສິ່ງທີ່ຈຳເປັນຂອງອົງການ WTO; ຂໍ້ລິເລີ່ມ Riyadh ກ່ຽວກັບອະນາຄົດຂອງ WTO; ເພີ່ມທະວີກຳລັງຄວາມສາມາດໃນການແກ້ງແຍ້ງຂອງວິສາຫະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸນລະວິສາຫະກິດ; ຊຸກຍູ້ເສດຖະກິດຫຼາຍຮູບຫຼາຍແບບ.
TAG
VOV/VOVworld/ເສດຖະກິດ/ການຄ້າ/ການລົງທຶນ/ສາຍລົມພັດປິ້ນລວງ/ໂລກລະບາດໂຄວິດ - 19
Related
More








