ປາແລັດສະຕິນ ບັນລຸໄດ້ບາດກ້າວໃໝ່ໃນເສັ້ນທາງກາຍເປັນສະມາຊິກ ສປຊ ຢ່າງເປັນທາງການ
14/05/2024 08:34
(VOVWORLD) - ວັນທີ 11 ພຶດສະພາ, ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ປ່ອນບັດຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງສະພາຄວາໝັ້ນຄົງ ສປຊ ພິຈາລະຈາການສະໜັບສະໜູນຂອງ ປາແລັດສະຕິນ ໃຫ້ກາຍເປັນສະມາຊິກຂອງ ສປຊ ຢ່າງເປັນທາງການ. ໃນສະພາບການປະທະກັນຢູ່ເຂດ ກາຊາ ນັບມື້ນັບສັບສົນ, ນັກສັງເກດການສ່ວນຫຼາຍຖືວ່າ ການຮັບຮອງ ປາແລັດສະຕິນ ກາຍເປັນສະມາຊິກຢ່າງສົມບູນຂອງ ສປຊ ແລະ ປະຕິບັດມາດຕະການຄົງຕົວ 2 ລັດ ນັ້ນ ແມ່ນທາງອອກທີ່ຍາວນານອັນໜຶ່ງດຽວເພື່ອບັນລຸໄດ້ສັນຕິພາບຢູ່ ຕາເວັນອອກກາງ.

ໃນກອງປະຊຸມດ່ວນພິເສດທີ່ປຶກສາຫາລືກ່ຽວກັບສະພາບການຢູ່ ກາຊາ ແລະ ຖານະເປັນສະມາຊິກຂອງ ປາແລັດສະຕິນ, ສະມັດຊາໃຫຍ່ ສປຊ ໄດ້ປືກສາຫາລື ແລະ ປ່ອນບັດຮັບຮອງເອົາມະຕິ, ໂດຍ UAE ຍື່ນສະເໜີ, ດ້ວຍບັດສະໜັບສະໜູນ 143 ບັດ, ບັດຄ້ານ 9 ບັດ ແລະ ບັດຂາວ 25 ບັດ. ມະຕິວ່າດ້ວຍການຖະແຫຼງການລັດ ປາແລັດສະຕິນ ມີມາດຕະຖານຢ່າງຄົບຖ້ວນເພື່ອກາຍເປັນສະມາຊິກຂອງ ສປຊ ຢ່າງເປັນທາງການ, ພ້ອມທັງສະເໜີໃຫ້ສະພາຄວາມໝັ້ນຄົງ ສປຊ ພິຈາລະນາສະໜັບສະໜູນວິວັດທະນາການດັ່ງກ່າວ.
TAG
VOV/VOVworld/ປາແລັດສະຕິນ/ສະມາຊິກ ສປຊ ສົມບູນດ/ສິ່ງທ້າທາຍ/ອຸປະສັກ
Related








