ປະເທດຊາດກ້າວເຂົ້າສູ່ປີໃໝ່, ກາລະໂອກາດໃໝ່
09/01/2017 11:04
ເນື່ອງໃນໂອກາດລະດູບານໃໝ່ປີຣະກາ 2017, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ

ເນື່ອງໃນໂອກາດລະດູບານໃໝ່ປີຣະກາ 2017, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງໄດ້ຊີ້ແຈ້ງເຖິງບັນດາຜົນງານຂອງປະເທດຊາດໃນຊຸມປີທີ່ຜ່ານມາ, ພ້ອມທັງເນັ້ນໜັກເຖິງເປົ້າໝາຍປ່ຽນແປງໃໝ່ຮູບແບບການເຕີບໂຕເພື່ອພັດທະນາປະເທດຊາດ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງຍັງຢືນຢັນຕ້ອງປະຕິບັດໜ້າທີ່ກໍ່ສ້າງພັກຕິດພັນກັບການພັດທະນາເສດຖະກິດ ແລະ ຮຽກຮ້ອງໃຫ້ມີຄວາມສາມັກຄີໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເພື່ອກໍ່ສ້າງພັກໃຫ້ນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ, ປະເທດຊາດນັບມື້ນັບພັດທະນາ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຕາມທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ແລ້ວ, ໃນປີ 2016, ສະພາບການໂລກ ແລະ ຢູ່ພາຍໃນປະເທດພ້ອມກັບບັນດາເງື່ອນໄຂສະດວກໂດຍພື້ນຖານນັ້ນ, ກໍຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ໃນສະພາບການນັ້ນ, ດ້ວຍຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ແລະ ຄວາມຕັດສິນໃຈສູງຂອງ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບນັ້ນ, ຫວຽດນາມໄດ້ຈັດຕັ້ງບັນດາເຫດການທີ່ມີຄວາມໝາຍສຳຄັນຍິ່ງຕໍ່ການພັດທະນາຍາວນານຂອງປະເທດຊາດຢ່າງສຳເລັດຜົນ.
TAG
vovowrld/ພັກກອມມູນິດ
Related








